ທ່ານ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ເນ​ປານ​ ສິ້ນ​ສຸດ​ການ​ຢ້​ຽມ​ຢາມ ຫວຽດ​ນາມ ຢ່າງ​ຈົ​ບ​ງາມ

(VOVWORLD) - ຕອນເຊົ້າວັນທີ 13 ພຶດສະພາ, ທ່ານ Khadga Prasad Sharma ນາຍົກລັດຖະມົນຕີ ເນປານໄດ້ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງຈົບງາມຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ.
ທ່ານ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ເນ​ປານ​ ສິ້ນ​ສຸດ​ການ​ຢ້​ຽມ​ຢາມ ຫວຽດ​ນາມ ຢ່າງ​ຈົ​ບ​ງາມ - ảnh 1ທ່ານ Khadga Prasad Sharma ນາຍົກລັດຖະມົນຕີ ເນປານ ແລະ ທ່ານຫງວຽນຊວນຟຸກນາຍົກລັດຖະມົນຕີ ຫວຽດນາມ (ພາບ: ວັນດຽບ/TTXVN) 

        ໃນຂອບເຂດການຢ້ຽມຢາມ, ທ່ານ Khadga Prasad Sharma ໄດ້ເຂົ້າວາງພວງມາລາຢູ່ອານຸສາວະລີນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ; ວາງພວງມາລາ ແລະ ເຂົ້າຄ່ຳນັບສຸສານປະທານໂຮ່ຈີມິນ; ພົບປະເຈລະຈາກັບທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ, ພົບປະກັບທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ. ທ່ານ Khadga Prasad Sharma ນາຍົກລັດຖະມົນຕີ ເນປານ ຍັງມີບົດກ່າວປາໄສຢູ່ວັນບູນວິສາຂະບູຊາ Vesak 2019 , ລົງຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ສຳມະນາກອນ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ເຂົ້າຮ່ວມການໂອ້ລົມສົນທະນາວິສາຫະກິດ ລະຫວ່າງ ຫວຽດນາມ - ເນປານ.

ຕອບກັບ

ຂ່າວ/ບົດ​ອື່ນ