ທ່ານນາຍົກລັດຖະມົນຕີທອງສິງທຳມະວົງຢ້ຽມຢາມແລະເຮັດວຽກຢູ່ແຂວງດ້ຽນບຽນ

ທ່ານນາຍົກລັດຖະມົນຕີທອງສິງທຳມະວົງຢ້ຽມຢາມແລະເຮັດວຽກຢູ່ແຂວງດ້ຽນບຽນ - ảnh 1
ທ່ານນາຍົກລັດຖະມົນຕີ ທອງສິງທຳ​ມະ​ວົງ
ເຮັດ​ວຽກ​ກັບ​ຄະນະ​ຊີ້​ນຳ​ເຂດ​ໄຕ​ບັກ
(ພາບ: dienbientv.vn/)

(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ວັນ​ທີ 15/7, ຢູ່​ນະຄອນ​ດ້ຽນບຽນ​ຝູ, ທ່ານນາຍົກລັດຖະມົນຕີ ທອງສິງທຳ​ມະ​ວົງ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ​ລາວ ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ຊີ້​ນຳ​ເຂດ​ໄຕ​ບັກ (ຕາ​ເວັນ​ຕົກ​ສ່ຽງ​ເໜືອ) ​ແລະ ການ​ນຳ​ແຂວງ​ດ້ຽນບຽນ. ທ່ານນາຍົກລັດຖະມົນຕີ ທອງສິງທຳ​ມະ​ວົງ ​ໄດ້​ຮັບ​ຟັງ​ຜູ້ຕາງໜ້າ​ການ​ນຳ​ຄະນະ​ຊີ້​ນຳ​ເຂດ​ໄຕ​ບັກ​ ລາຍ​ງານ​ສະພາບ​ການ​ພັດທະນາ​ເສດຖະກິດ​ສັງຄົມ; ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ເຂດ​ຊາຍ​ແດນ​ໄຕ​ບັກ. ທ່ານ ນາຍົກລັດຖະມົນຕີ ທອງສິງທຳ​ມະ​ວົງ ຮັບ​ຮູ້​ການ​ຮ່ວມ​ມື​ພັດທະນາ​ລະຫວ່າງ​ແຂວງ​ດ້ຽນບຽນ ​ກັບ​ບັນດາ​ແຂວງ​ທາງ​ພາກ​ເໜືອ​ຂອງ​ລາວ, ທີ່ໄດ້​ປະກອບສ່ວນ​ຊຸກຍູ້​ສາຍ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ.

        ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ ນາຍົກລັດຖະມົນຕີ ທອງສິງທຳ​ມະ​ວົງ ​ໄດ້​ມາ​ວາງ​ພວງມາລາ, ຈູດ​ທູບ​ທຽນ​ອາ​ໄລ​ຫາ​ບັນດາ​ວິລະ​ຊົນ, ນັກຮົບ​ເສຍສະຫຼະ​ຊີວິດ​ຢູ່​ເຂດ​ສຸສານ ​ໂດກ​ເລິບ, ​ໄປ​ຢ້ຽມຢາມ​ປູຊະນີຍະສະຖານ​ປະຫວັດສາດ​ບາງ​ແຫ່ງ​ຢູ່​ນະ​ຄອນ້ຽນບຽນ​ຝູ.

ຂ່າວກ່ຽວຂ້ອງ
ຂ່າວ/ບົດ​ອື່ນ