ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກຕ້ອນຮັບປະທານກຸ່ມບໍລິສັດ SCG (ໄທ)

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະແດງຄວາມປິຕິຊົມຊື່ນກ່ຽວກັບໜ່ວຍກັນຕອງນ້ຳມັນ ລອງເຊີນ ຂອງກຸ່ມບໍລິສັດ SCG ທີ່ພວມຜັນຂະຫຍາຍຢູ່ແຂວງ ບ່າເຣ້ຍ - ວູງເຕົ່າ

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກຕ້ອນຮັບປະທານກຸ່ມບໍລິສັດ SCG (ໄທ) - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ

ຕ້ອນຮັບທ່ານ ຣຸງໂຣດ ຣັງຊີໂຣພາດ, ປະທານທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ SCG

(ພາບ: VGP)

ຕອນບ່າຍວັນທີ 03 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ຣຸງໂຣດ ຣັງຊີໂຣພາດ, ປະທານທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ SCG (ໄທ).

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະແດງຄວາມປິຕິຊົມຊື່ນກ່ຽວກັບໜ່ວຍກັນຕອງນ້ຳມັນ ລອງເຊີນ ຂອງກຸ່ມບໍລິສັດ SCG ທີ່ພວມຜັນຂະຫຍາຍຢູ່ແຂວງ ບ່າເຣ້ຍ - ວູງເຕົ່າ, ທ່ານນາຍົກລັດຖະມົນຕີໄດ້ຕີລາຄາວ່າ ບັນດາໂຄງການໃຫຍ່ຄືແນວນີ້ແມ່ນມີຄວາມໝາຍຢ່າງໃຫຍ່ຫຼວງສຳລັບຫວຽດນາມ ໃນການພັດທະນາເສດຖະກິດ, ສັງຄົມ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ກຸ່ມບໍລິສັດ SCG ສືບຕໍ່ເປີດກວ້າງການລົງທຶນ ແລະ ດຳເນີນທຸລະກິດຢູ່ຫວຽດນາມ; ເປັນຂົວເຊື່ອມຕໍ່ນຳບັນດາກຸ່ມບໍລິສັດໃຫຍ່ຂອງໄທ ເວົ້າສະເພາະ ແລະ ຂອງໂລກເວົ້າລວມເຂົ້າມາລົງທຶນຢູ່ຫວຽດນາມ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ