ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມຫໍພິພິດຕະພັນແມ່ຍິງຫວຽດນາມ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມຫໍພິພິດຕະພັນແມ່ຍິງຫວຽດນາມ - ảnh 1
(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ
ຢ້ຽມຢາມຫໍພິພິດຕະພັນແມ່ຍິງຫວຽດນາມ)

(vovworld) ​- ​ເມື່ອ​ໄປ​ຢ້ຽມ​ຢາມ​ຫໍ​ພິ​ພິດ​ຕະ​ພັນ​ແມ່​ຍິງ​ຫວຽດ​ນາມ, ຕັ້ງຢູ່​ໃຈ​ກາງ​ນະ​ຄອນ​ຮ່າ​ໂນ້ຍ, ເຊິ່ງ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ 25 ຫໍ​ພິ​ພິດ​ຕະ​ພັນ​ທີ່ສ້າງ​ຄວາມ​ດຶງ​ດູດ​ທີ່​ສຸດ​ຢູ່​ອາ​ຊີ, ຕອນ​ບ່າຍ​ວັນ​ທີ 02/12, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ໄດ້​ຢືນ​ຢັນ​ບົດ​ບ​າດ​ສຳ​ຄັນ​ຂອງ​ແມ່​ຍິງ​ສຳ​ລັບ​ແຕ່​ລະ​ຄອບ​ຄົວ​ຂອງ​ຫວຽດ​ນາມ ກໍ​ຄື​ສຳ​ລັບ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ໃນ​ສັງ​ຄົມ​ທັນ​ສະ​ໄໝ, ບົດ​ບາດ​ຂອງ​ແມ່​ຍິງ​ນັບ​ມື້​ນັບ​ມີ​ຄວາມ​ສຳ​ຄັນ​ກວ່າ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ​ເນັ້ນ​ໜັ​ກວ່າ, ເລື່ອງ​ຄະ​ນະ​ກຳ​ມະ​ການ​ສະ​ຫວ່າງ​ລັດ​ຖະ​ບານ, ອົງ​ການ​ສຶກ​ສາ​ວິ​ທະ​ຍາ​​ສາດ ແລະ ວັດ​ທະ​ນະ​ທຳສ​ປ​ຊ (UNESCO) ຫາ​ກໍ​ອອກ​ມະ​ຕິ​ຮັບ​​ຮອງ “ການ​ເຫຼື້ອມ​ໄຊ​ບູ​ຊາ​​ເຈົ້າພະ​ແມ່​ຂອງ​ຊາວ​ຫວຽດ​ນາມ” ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ຂອງມວນ​ມະ​ນຸດ, ບໍ່​ພຽງ​ແຕ່​​​ແມ່ນເລື່ອງ​ໂລກ​ຮັບ​ຮູ້ບັນ​ດາປັດ​ໃຈ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ຊີ​ສັນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ເທົ່າ​ນັ້ນ, ຫາກ​ຍັງ​​ເປັນ​ການຍົກ​ສ​ູງ​ບົດ​ບາດ​ຂອງ​ແມ່​ຍິງ​ຫວຽດ​ນາມ​ອີກ​ດ້ວຍ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້​ຫໍ​ພິ​ພິດ​ຕະ​ພັນ​ຫວຽດ​ນາມ ສືບ​ຕໍ່​ປ່​ຽນ​ໃໝ່​ດ້ານ​ເນື້ອ​ໃນ, ຄຸນ​ນະ​ພາບ​ການ​ວາງ​ສະ​ແດງ ເພື່ອ​​ແນະ​ນຳໃຫ້​ມະ​ຫາ​ຊົນ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ຂ່າວ/ບົດ​ອື່ນ