ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເລີ່ມຕົ້ນການຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເລີ່ມຕົ້ນການຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ - ảnh 1
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເລີ່ມຕົ້ນການ
ຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ
(ພາບ: TTXVN)

(vovworld) –​​ເວລາ 9 ​ໂມງ​ເຊົ້າ​ຕາ​ມເລ​ລາ ມົດ​ສະກູ (​ໝາຍ​ເຖິງ 13​ໂມ​ງຕາມ​ເວລາ​ຮ່າ​ໂນ້ຍ) ວັນ​ທີ 16/05, ທ່ານ​ນາຍົກລັດຖະມົນຕີ ຫງວຽ​ນຊວນ​ຟຸກ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ມາ​ຮອດ​ສະໜາ​ມບິນ​ສາກົນ Vnukovo ຢູ່​ນະຄອນຫລວງ ມົດ​ສະ​ກູ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມສະຫະພັນ ລັດ​ເຊຍ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທາ​ນາ​ທິບໍດີ Vladimir Putin, ທ່ານ​ນາຍົກລັດຖະມົນຕີ Dmitry Medvedev ​ແລ​ະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ລັດ​ເຊຍ - ອາ​ຊຽນ ຢູ່​ນະຄອນ Sochi. ທ່ານ​ຮອງລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ Igor Morgulov ຕາງໜ້າ​ປະທາ​ນາ​ທິບໍດີ​ສະຫະພັນ ລັດ​ເຊຍ ອອກ​ຕ້​ອນຮັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢູ່ສະໜາມ​ບິນ ​. ​ເຂົ້າ​ຮ່ວມ​ພິທີ​ຕ້ອນຮັບ​ ຍັງ​ມີ​ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ສະຫະພັນ ລັດ​ເຊຍ; ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ຫງວຽນ​ແທງ​ເຊີນ ​ແລະ ບັນດາ​ພະນັກງານ​ສະຖານທູດ ຫວຽດນາມ ປະຈ​ຳ ລັດ​ເຊຍ, ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ອາ​ໄສ​ຢູ່ ລັດ​ເຊຍ​ ​, ພວກ​ນ້ອງ​ນັກຮຽນ ຫວຽດນາມ ທີ່​ພວມ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່​ສະຫະພັນ ລັດ​ເຊຍ ເປັນຈຳນວນ​ຫລວງ​ຫລາຍ.

        ນີ້​ແມ່ນ​ການ​ຢ້ຽມຢາມ​ຕ່າງປະ​ເທດ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ນາຍົກລັດຖະ ມົນຕີ ຫງວຽນ​ຊວນ​ຟຸກ ມັນມີ​ຄວາມ​ໝາຍ​ໃຫຍ່​ຫລວງ​ໃນ​ການ​ຮັດ​ແໜ້ນ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ ຫວຽດນາມ ​ແລະ ສະຫະພັນ ລັດ​ເຊຍ ກ່ວາ​ອີກ.

ຂ່າວ/ບົດ​ອື່ນ