ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ແຂ່ງຂັນຮັກຊາດຕ້ອງສ້າງກຳລັງຫນູນໃຫມ່

(VOVWORLD) -ຕອນເຊົ້າວັນທີ 20 ກຸມພາ ຢູ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປະທານສະພາແຂ່ງຂັນຍ້ອງຍໍສູນກາງ ໄດ້ເປັນປະທານກອງປະຊຸມປະເມີນຜົນການປະຕິບັດຫນ້າທີ່ວຽກງານປີ 2019 ບັນດາຫນ້າທີ່ຈຸດສຸມໃນປີ 2020.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ແຂ່ງຂັນຮັກຊາດຕ້ອງສ້າງກຳລັງຫນູນໃຫມ່ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ

ພາບ:VGP/Quang Hieu 

ທ່ານນາຍົກລັດຖະມົນຕີ ຕີລາຄາສູງຄຸນນະພາບບັນດາຂະບວນການແຂ່ງຂັນຮັກຊາດ  ໄດ້ປະກອບສ່ວນໂດຍກົງເຂົ້າໃນໝາກຜົນຊື່ງປະເທດຊາດບັນລຸໄດ້ໃນປີ 2019 ນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃຈໃຫ້ປະຊາຊົນຕໍ່ກັບພັກ, ລັດ, ຍົກສູງແຫລ່ງກຳລັງແຮງດ້ານເສດຖະກິດ, ຊີວິດການເປັນຢູ່ຂອງປະຊາຊົນ, ອິດທິພົນຊື່ສຽງຂອງຫວຽດນາມຕໍ່ກັບສາກົນ. ກ່ຽວກັບຫນ້າທີ່ຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ນຳບັນດາຂະບວນການແຂ່ງຂັນຮັກຊາດ ຕ້ອງສືບຕໍ່ມີການປ່ຽນໃຫມ່:

“ທີຫນຶ່ງ ແມ່ນຈັດຕັ້ງການປຸກລະດົມບັນດາຂະບວນການແຂ່ງຂັນ, ຮີບເຮັ່ງຈັດຕັ້ງບັນດາຂະບວນການແຂ່ງຂັນ, ທະວີຄູນຂະບວນການແຂ່ງຂັນ. ທີສອງ ຕ້ອງປະຕິບັດເປົ້າໝາຍພັດທະນາເສດຖະກິດ ສັງຄົມ, ຮັກສາສະຖຽນລະພາບຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຮັບປະກັນທຸກດ້ານໃນຊີວິດສັງຄົມ ບໍ່ປະໃຫ້ອຶດອັກຊັກຊ້າ. ນີ້ແມ່ນຫນ້າທີ່ຂອງທັງລະບົບການເມືອງ, ຮຽກຮ້ອງຕ້ອງມີນ້ຳໃຈຮັກຊາດ ມີຄວາມຕັດສິນໃຈຢ່າງສູງກວ່າຈຶ່ງບັນລຸໄດ້”

ຕອບກັບ

ຂ່າວ/ບົດ​ອື່ນ