ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​​ຟຸກ ສົ່ງຈົດໝາຍ​ເຖິງ​ນາຍົກລັດຖະມົນຕີຍີ່ປຸ່ນ ​ແລະ ​ໂອ້​ລົມ​ທາງ​ໂທລະສັບ​ກັບ​ນາຍົກລັດຖະມົນຕີ​ເຊັກ​ໂກ

(VOVWORLD) - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ສອງປະເທດ ຈົ່ງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພ່ືອພັດທະນາການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ ໃຫ້ເຂັ້ມແຂງກວ່າອີກ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ຍີ່ປຸ່ນ ໃນທຸກຂົງເຂດ ກໍຄືໃນບັນດາເວທີປາໄສສາກົນ ແລະ ພາກພື້ນໃຫ້ມີປະສິດທິຜົນ

        ວັນທີ 23 ມີນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງຈົດໝາຍເຖິງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໂດຍໄດ້ສະແດງຄວາມແບ່ງເບົາຕໍ່ບັນດາຄວາມຫຍຸ້ງຍາກ ແລະ ຜົນສະທ້ອນ ເຊິ່ງໂລກລະບາດ Covid – 19  ໄດ້ກໍຂຶ້ນຕໍ່ປະຊາຊົນຍີ່ປຸ່ນ ພ້ອມທັງຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນໃນການຄວບຄຸມໂລກລະບາດ. ນອກຈາກນັ້ນ ທ່ານກໍໄດ້ສະເໜີໃຫ້ ເພີ່ມທະວີການຮ່ວມມືໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດດັ່ງກ່າວ. ບົນເນື້ອໃນຈິດໃຈຂອງການພົວພັນຄູ່ຮ່ວມມືຍຸດທະສາດອັນເລິກເຊິ່ງກວ້າງຂວາງຂອງຫວຽດນາມ - ຍີ່ປຸ່ນ, ດ້ວຍຖານະເປັນປະເທດປະສານງານການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ ໄລຍະ 2018 – 2021, ເປັນປະທານ ອາຊຽນ 2020, ເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ສອງປະເທດ ຈົ່ງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພ່ືອພັດທະນາການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ ໃຫ້ເຂັ້ມແຂງກວ່າອີກ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ຍີ່ປຸ່ນ ໃນທຸກຂົງເຂດ ກໍຄືໃນບັນດາເວທີປາໄສສາກົນ ແລະ ພາກພື້ນໃຫ້ມີປະສິດທິຜົນ.

        ແລະກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ເຊັກໂກ Andrej Babis ເພື່ອແລກປ່ຽນກ່ຽວກັບ ບາງມາດຕະການຮ່ວມມືໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 . ທີ່ການໂອ້ລົມ, ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ເນັ້ນໜັກວ່າ: ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບເຊັກໂກ ແລະ ບັນດາຄູ່ຮ່ວມມືທັງໝົດ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດດັ່ງກ່າວ; ສະເໜີລັດຖະບານ ເຊັກໂກ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມມີການດໍາລົງຊີວິດເປັນປົກກະຕິ ແລະ ຮັບປະກັນບັນດາເງື່ອນໄຂຈໍາເປັນເພື່ອປ້ອງກັນ ແລະ ສະກັ້ນກັ້ນໂລກລະບາດ Covid – 19.

ຕອບກັບ

ຂ່າວ/ບົດ​ອື່ນ