ທ່ານປະທານປະເທດ Truong Tan Sang ຕ້ອນຮັບເລຂາຫນ່ວຍພັກດີເດັ່ນ.

ທ່ານປະທານປະເທດ Truong Tan Sang  ຕ້ອນຮັບເລຂາຫນ່ວຍພັກດີເດັ່ນ. - ảnh 1
ທ່ານ Truong Tan Sang ມອບຂອງຂວັນໃຫ້ແກ່ເລຂາຫນ່ວຍພັກດີເດັ່ນ
ພາບ:vov

(vovworld) -  ຕອນ​ບ່າຍ​ວັນ​ທີ 10/4, ຢູ່ ທຳນຽບປະທານ​ປະ​ເທດ, ທ່ານ Truong Tan Sang ປະທານ​ປະ​ເທດ ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ກັບ​ເລ​ຂາ​ຫນ່ວຍ​ພັກດີ​​ເດັ່ນ 100 ທ່ານ ທີ່ຕາງຫນ້າ​ໃຫ້ ເລຂາ​ຫນ່ວຍ​ພັກດີ​ເດັ່ນ 500 ທ່ານທີ່ໄດ້​ຮັບ​ການ​ຍ້ອງຍໍ​ສັນລະ​ເສີນ​ໃນ​ປີ 2012. ທ່ານ​ປະທານ​ປະ​ເທດ Truong Tan Sang ຊົມ​ເຊີຍ​ອົງຄະ​ນະ​ພັກ​ກຸ່ມ​ອົງການ​ສູນ​ກາງ ​ທີ່ໄດ້​ເຊີດ​ຊູ​ບັນດາ​ເລຂາ​ຫນ່ວຍ​ພັກດີ​ເດັ່ນ. ນີ້​ແມ່ນ​ວຽກ​ງານ​ທີ່ມີ​ຄວາມ​ໝາຍ​ໃນ​ຂະນະ​ພັກ​ກອມ​ມູນິດ​ຫວຽດນາມ ພວມ​ຍູ້​ແຮງ​ວຽກ​ງານ​ກໍ່ສ້າງ​ພັກ. ທ່ານ​ປະທານ​ປະ​ເທດ Truong Tan Sang ​ເນັ້ນ​ຫນັກ​ວ່າ:

        “ຄວາມ​ໝາຍ​ຂອງ​ເລຂາ​ຫນ່ວຍ​ພັກ​​ເກັ່ງແມ່ນ​ມີ​ຄວາມໝາຍ​ເລິກ​ເຊິ່ງ, ​ເລຂາ​ຫນ່ວຍ​ພັກ​ເກັ່ງ ໝາຍ​ຄວາມ​ວ່າ ຫນ່ວຍ​ພັກ​ນັ້ນ​ປອດ​​​ໃສ, ​ເຂັ້ມ​ແຂງ, ອົງການ, ຫົວຫນ່ວຍ​ເຂັ້ມ​ແຂງ​ເພື່ອ​ຮັບ​​ໃຊ້​ປະ​ເທດ​ຊາດ, ຮັບ​ໃຊ້​ປະຊາຊົນ ​ແລະ ​ເປັນ​ອັນວ່າ ຫົວຫນ່ວຍນັ້ນ, ອົງການ​ລັດ​ນັ້ນ ​ແມ່ນ​ຂອງປະຊາຊົນ, ​ໂດຍປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ.

ທ່ານ​ປະທານ​ປະ​ເທດ​ຍັງ​ໃສ່​ໃຈ​ວ່າ: ຄະນະ​ພັກ​ບັນດາ​ອົງການ​ສູນ​ກາງ​ເວົ້າ​ສະ​ເພາະ ​ແລະ ອົງຄະ​ນະ​ພັກ​ອື່ນ​ເວົ້າ​ລວມ ຄວນ​ທະວີຄູນ​ເລຂາ​ຫນ່ວຍ​ພັກ​ເກັ່ງ, ຫນ່ວຍ​ພັກ​ປອດ​​ໃສ ​ເຂັ້ມ​ແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ