ທ່ານປະທານປະເທດ Truong Tan Sang ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ທ້າຍງວຽນ

ທ່ານປະທານປະເທດ Truong Tan Sang ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ  ທ້າຍງວຽນ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ ​ເຮັດ​ວຽກ​ກັບ​ບັນດາ​ຂະ​ແໜງ​ການ​ວຽກ​ງານ​ການ​ເມືອງ​ຂອງ​ແຂວງ ທ້າ​ຍງວຽນ

Vovworld- ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ທ້າ​ຍງວຽນ, ຕອນ​ເຊົ້າ​ວັນ​ທີ 20/5, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ບັນດາ​ຂະ​ແໜງ​ການ​ວຽກ​ງານ​ການ​ເມືອງ​ຂອງ​ແຂວງ ທ້າ​ຍງວຽນ ກ່ຽວ​ກັບ​ວຽກ​ງານ​ປະຕິ​ຮູບ​ດ້ານ​ຕຸລາການ​ຕາມ​ມະ​ຕິ 49 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ. ກ່າ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​ຕີ​ລາ​ຕາ​ສູງ​ຄວາມ​ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຂອງ​ບັນດາ​ຂະ​ແໜງ​ການ​ຕຸລາການ​ຂອງ​ແຂວງ ທ້າ​ຍງວຽນ ​ໃນ​ໄລຍະ​ທີ່​ຜ່ານ​ມາ, ອັນ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຂການ​ຮັບ​ປະກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ບໍລິ​ເວັນ​ແຂວງ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໃຫ້​ຄຳ​ຕັກ​ເຕືອນ​ວ່າ ​ໃນ​ກິດຈະການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ພ້ອມ​ກັບ​ການ​ຍູ້​ແຮງ​ການ​ພັດທະນາ​ເສດຖະກິດນັ້ນ, ​ແມ່ນ​ຕ້ອງ​ປະຕິບັດ​ວຽກ​ງານ​ປ້ອງກັນ ​ແລະ ຕ້ານ​ອາດ​ສະ​ຍາ​ກຳ​ເປັນ​ຢ່າງ​ດີ.

   ກ່ອນ​ໜ້າ​ນັ້ນ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​ລົງ​ຢ້ຽມຢາມ​ພະນັກງານ​ນັກຮົບ​ທະຫານ​ເຂດ 1. ນີ້​ແມ່ນ​ກົມ​ກອງ​ຕັ້ງ​ໃນ​ບໍລິ​ເວນ 6 ​ແຂວງ​ທາງ​ທິດຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ​ຫວຽດນາມ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ພະນັກງານ​ນັກຮົບ​ທະຫານ​ເຂດ 1 ຈະ​ມານະ​ພະຍາຍາມ​ສູ້​ຊົນ​ກໍ່ສ້າງ​ກອງທັບ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານການ​ເມ​ື​ອງ, ​ແນວ​ຄິດ ​ແລະ ການຈັດ​ຕັ້ງ, ​ເປັນ​ກຳລັງ​ທີ່​ຈົງ​ຮັກ​ພັກດີ ​ແລະ ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພັກ, ລັດ ​ແລະ ​ປະ​ຊາ​ຊົນ, ມີ​ຄວາມ​ກຽມພ້ອມ​ສູ້​ຮົບ​ຢ່າງ​ສູງ ​ແລະ ສາມາດ​ເຮັດ​ຫຼ້ອນ​ໜ້າ​ທີ່​ໃນ​ທຸກ​ສະພາວະ.

ຂ່າວ/ບົດ​ອື່ນ