ທ່ານປະທານປະເທດ Truong Tan Sang ຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານປະເທດ Truong Tan Sang ຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ - ảnh 1
( ພາບປະກອບ )

( vovworld ) -    ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin, ຕອນບ່າຍວັນທີ 26/7, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽນາມ ​ໄດ້ເດີນທາງ​ຮອດ ສະຫນາມບິນ Vnukovo 2 ເລີ່ມຕົ້ນການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ ຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ການ​ໄປ​ຢ້ຽມຢາມ​ເອີລົບ ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຖານະ​ຕຳ​ແໜ່​ງ​ໃໝ່​ຂອງ ທ່ານ​ປະທານ​ປະ​ເທດ​ Truong Tan Sang ​ແລະ ທ່ານ​ປະທານ​ປະ​ເທດ​ Truong Tan Sang ​ແມ່ນ​ປະ​ມຸກ​ລັດຈາກ​ທະວີບອາຊີ ຄົນທຳ​ອິດ​ຢ້ຽມຢາມ​ລັດ​ເຊຍ ພາຍຫຼັງ​ທ່ານ​ປະທານາທິບໍດີ Putin ​ໄດ້​ຮັບ​ການ​ເລືອກ​ຕັ້ງ​​ໃນອາຍຸ​ການ​ໃໝ່.

        ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​​ໃນ​ລະຫວ່າງ​ວັນ​ທີ 26 – 30/7, ທ່ານ​ປະທານ​ປະ​ເທດຫວຽດນາມ ​ຈະ​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ນາ​ທິບໍດີ​ລັດ​ເຊຍ Vladimir Putin.  ທ່ານ​ປະທານ​ປະ​ເທດ​ກໍ​ຈະ​ພົບຫາລື​ກັບ​ທ່ານ​ນາຍົກລັດຖະມົນ​ຕີ ທັງ​ເປັນ​ປະທານ​ພັກ​ປະ​ເທດລັດ​ເຊຍ ​ເອກະ​ພາບ Dmitry Medvedev ​ແລະ ບັນດາ​ການ​ນຳ​ຂັ້ນ​ສູງ​ອື່ນ​ຂອງ​ລັດ​ເຊຍ. ນອກຈາກ​ນັ້ນ, ທ່ານ​ປະທານ​ປະ​ເທດ Truong Tan Sang ຈະ​ໄປ​ຢ້ຽມຢາມ​ເຂດປົກຄອງ​ຕົນ​ເອງ Nhenhetsky ​ແລະ ​ເຂົ້າ​ຮ່ວ​ມພິທີຕ້ອນ​ຮັບຜະລິດ​ຕະພັນນ້ຳມັນຊຸດ​ທຳ​ອິດ​ຂອງ​ບໍ່​ນ້ຳມັນທາງທິດຕາ​ເວັນ​ຕົກ Khosedai ຂອງ​ບໍລິສັດ​ຮ່ວມ Rusvietpetro ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ອື່ນ​ເຊິ່ງ​ນອນ​ໃນ​ຂອບ​ເຂດ​ຂອງ​ການ​ຢ້ຽມຢາມ.

        ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ປະ​ເທດ Truong Tan Sang ຄັ້ງ​ນີ້ ​ເພື່​ອ​ແນ​ໃສ່​ປັບ​ປຸງ, ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ພົວພັນ​ຄູ່​ຮ່ວມມືຍຸດ​ທະ​ສາດຮອບດ້ານລະຫວ່າງ​ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ, ພ້ອມ​ທັງ​ເພີ່ມ​ທະວີ​ຄວາມ​​ເຂົ້າ​ອົກເຂົ້າ​ໃຈ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃນ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງປະ​ເທດ ​ແລະ ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ