ທ່ານ​ປະ​ທານ​ປະ​ເທດ: ປະ​ຫວັດ​ສາດກວ່າ 2.000 ປີ ຂອງ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ແມ່ນ​ປະ​ຫວັດ​ສາດ​ຂອງ​ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ຜູ້​ຮັກ​ຊາດ

(VOVWORLD) -ປະຫວັດສາດ ຫວຽດນາມ ຍາມໃດກໍຈົດຈຳການປະກອບສ່ວນຢ່າງໃຫຍ່ຫຼວງຂອງສາສະໜາພຸດ ທີ່ມີຕໍ່ປະເທດຊາດ, ໃນນັ້ນ ມີພາລະກິດແຫ່ງການປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ, ກໍຄືໃນໄລຍະແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດໃນວັນນີ້. ພຸດທະສາສະໜາ ຍາມໃດກໍແມ່ນສະມາຊິກທີ່ໜ້າໄວ້ເນື້ອເຊື່ອໃຈ, ມີການປະກອບສ່ວນສຳຄັນເຂົ້າໃນການສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. 
ທ່ານ​ປະ​ທານ​ປະ​ເທດ: ປະ​ຫວັດ​ສາດກວ່າ 2.000 ປີ ຂອງ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ແມ່ນ​ປະ​ຫວັດ​ສາດ​ຂອງ​ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ຜູ້​ຮັກ​ຊາດ - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກເຂົ້າຮ່ວມ ພິທີສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມພຸດທະສາສະໜາ ຫວຽດນາມ ຄົບຮອບ 40  ປີ (ພາບ: VOV)

ຕອນເຊົ້າວັນທີ 7 ພະຈິກ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ພິທີສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມພຸດທະສາສະໜາ ຫວຽດນາມ ຄົບຮອບ 40  ປີ (07/11/1981 – 07/11/2021). ດ້ວຍຫົວຂໍ້ “ພຸດທະສາສະໜາ ຫວຽດນາມ  - 40 ປີ ແຫ່ງການເຊື່ອມໂຍງ ແລະ ພັດທະນາພ້ອມກັບປະເທດຊາດ”, ພິທີດັ່ງກ່າວຖືກຈັດຂຶ້ນຕາມຮູບການທາງໄກ ຈາກ ຮ່າໂນ້ຍ ແລະ ເຊື່ອມຕໍ່ກັບ 63 ແຂວງ, ນະຄອນໃນທົ່ວປະເທດ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກໍໄດ້ສົ່ງກະຕາດອກໄມ້ມາອວຍພອນ.

        ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ປະຫວັດສາດ ຫວຽດນາມ ຍາມໃດກໍຈົດຈຳການປະກອບສ່ວນຢ່າງໃຫຍ່ຫຼວງຂອງສາສະໜາພຸດ ທີ່ມີຕໍ່ປະເທດຊາດ, ໃນນັ້ນ ມີພາລະກິດແຫ່ງການປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ, ກໍຄືໃນໄລຍະແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດໃນວັນນີ້. ພຸດທະສາສະໜາ ຍາມໃດກໍແມ່ນສະມາຊິກທີ່ໜ້າໄວ້ເນື້ອເຊື່ອໃຈ, ມີການປະກອບສ່ວນສຳຄັນເຂົ້າໃນການສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ທ່ານກ່າວວ່າ:

       “ອາດເວົ້າໄດ້ວ່າ ໃນປະຫວັດສາດກວ່າ 2.000 ປີ ຂອງພຸດທະສາສະໜາ ຫວຽດນາມ ແມ່ນປະຫວັດສາດຂອງພຸດທະສາສະນິກກະຊົນຜູ້ຮັກຊາດ. ໂດຍສືບທອດມູນເຊື້ອຂອງພຸດທະສາສະໜາຮັກຊາດ ຈົນຮອດສະໄໝຂອງປະທານ ໂຮ່ຈີມິນ ໃນປັດຈຸບັນ, ບໍ່ວ່າຈະຢູ່ໃນສະໄໝຕໍ່ສູ້ປົກປັກຮັກສາປະເທດຊາດ ຫຼື ສະໄໝສັນຕິພາບ, ພັດທະນາປະເທດຊາດ, ພຸດທະສາສະໜາ ຫວຽດນາມ ກໍຕິດພັນກັບປະຫວັດສາດຂອງຊາດ ແລະ ລ້ວນແຕ່ມີຫຼາຍແບບຢ່າງທີ່ພົ້ນເດັ່ນໃນການກູ້ຊາດ, ປົກປັກຮັກສາປະເທດຊາດ ແລະ ສ້າງຄວາມຢູ່ເຢັນເປັນສຸກມາໃຫ້ປະຊາຊົນ”. 

ຕອບກັບ

ຂ່າວ/ບົດ​ອື່ນ