ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈີມິນ

(VOVWORLD) -ຄວາມຫຍຸ້ງຍາກໃຫຍ່ຫຼວງທີ່ສຸດໄດ້ຜ່ານໄປແລ້ວ. ບັນດາກາລະໂອກາດທາງດ້ານເສດຖະກິດພວມເປີດອອກຊ່ອງທາງ, ບໍ່ພຽງແຕ່ເປັນການທົດແທນໃຫ້ຄວາມເສຍຫາຍທີ່ຜ່ານໄປແລ້ວເທົ່ານັ້ນ ຫາກຍັງແມ່ນກາລະໂອກາດເພື່ອບຸກທະລຸ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈີມິນ - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ການພົບປະແບບທາງໄກ
(ພາບ: TTXVN)

ຕອນເຊົ້າວັນທີ 02 ຕຸລາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະສະມາຊິກສະພາແຫ່ງຊາດນະຄອນໂຮ່ຈີມີນ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງແບບທາງໄກ ເພື່ອຮັບຟັງ, ແກ້ຄຳເຫັນຂອງວິສາຫະກິດໃນບໍລິເວນນະຄອນ ເພື່ອແນໃສ່ຟື້ນຟູການຜະລິດ, ເຊື່ອມຕໍ່ລະບົບສະໜອງ, ນຳເອົາທ່າເຕີບໂຕຄືນມາໃຫ້ເຂດເສດຖະກິດແຖວໜ້າຂອງປະເທດຊາດໂດຍໄວ. ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ຄວາມຫຍຸ້ງຍາກໃນປະຈຸບັນພຽງແຕ່ເປັນການຊົ່ວຄາວເທົ່ານັ້ນ. ຄວາມຫຍຸ້ງຍາກໃຫຍ່ຫຼວງທີ່ສຸດໄດ້ຜ່ານໄປແລ້ວ. ບັນດາກາລະໂອກາດທາງດ້ານເສດຖະກິດພວມເປີດອອກຊ່ອງທາງ, ບໍ່ພຽງແຕ່ເປັນການທົດແທນໃຫ້ຄວາມເສຍຫາຍທີ່ຜ່ານໄປແລ້ວເທົ່ານັ້ນ ຫາກຍັງແມ່ນກາລະໂອກາດເພື່ອບຸກທະລຸ. ພັກ, ລັດ, ອຳນາດການປົກຄອງ, ບັນດາກະຊວງ, ຂະແໜງການສູນກາງ… ໄດ້ ແລະ ຈະສືບຕໍ່ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ, ຜ່ອນຜັນການແຍກຫ່າງສັງຄົມເທື່ອລະກ້າວ, ຊ່ວຍຟື້ນຟູເສດຖະກິດນະຄອນໂຮ່ຈີມິນ”.

ຕອບກັບ

ຂ່າວ/ບົດ​ອື່ນ