ທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອວິ​ທະ​ຍາ​ຄານຄວາມສະຫງົບປະຊາຊົນ

(VOVWORLD) -ພາຍຫຼັງ 75 ປີ, ວິທະຍາຄານຄວາມສະຫງົບປະຊາຊົນ ໄດ້ເຕີບໃຫຍ່, ເຂັ້ມແຂງຢ່າງບໍ່ຢຸດຢັ້ງ ແລະ ມີການປະກອບສ່ວນຫຼາຍຢ່າງທີ່ມີຕໍ່ພາລະກິດແຫ່ງການບຳລຸງສ້າງ, ຝຶກອົບຮົມພະນັກງານຕຳຫຼວດ
ທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອວິ​ທະ​ຍາ​ຄານຄວາມສະຫງົບປະຊາຊົນ - ảnh 1(ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ມອບຫຼຽນໄຊວິລະກຳຊັ້ນໜຶ່ງ)

ຕອນເຊົ້າວັນທີ 25 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອວິທະຍາຄານຄວາມສະຫງົບປະຊາຊົນ, ຮັບຫຼຽນໄຊວິລະກຳຊັ້ນໜຶ່ງ.

        ປີ 1946, ໂຮງຮຽນຝຶກອົບຮົບຕຳຫຼວດ ໄດ້ສ້າງຕັ້ງຂຶ້ນຕາມດຳລັດຂອງກະຊວງພາຍໃນປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ. ນີ້ແມ່ນໂຮງຮຽນທຳອິດຂອງກຳລັງຕຳຫຼວດປະຕິວັດ ແລະ ເປັນຕົ້ນກຳເນີດຂອງວິທະຍາຄານຄວາມສະຫງົບປະຊາຊົນໃນປະຈຸບັນ. ພາຍຫຼັງ 75 ປີ, ວິທະຍາຄານຄວາມສະຫງົບປະຊາຊົນ ໄດ້ເຕີບໃຫຍ່, ເຂັ້ມແຂງຢ່າງບໍ່ຢຸດຢັ້ງ ແລະ ມີການປະກອບສ່ວນຫຼາຍຢ່າງທີ່ມີຕໍ່ພາລະກິດແຫ່ງການບຳລຸງສ້າງ, ຝຶກອົບຮົມພະນັກງານຕຳຫຼວດ ຮັບໃຊ້ຄວາມຮຽກຮ້ອງຂອງໜ້າທີ່ສ້າງສາປະເທດຊາດ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝລັ່ງ, ຈັດກະພັດ ອາເມລິກາ ແລະ ໃນໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປະຈຸບັນ.

        ທີ່ພິທີ, ໂດຍຕາງໜ້າການນຳພັກ, ລັດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ມອບຫຼຽນໄຊວິລະຊົນຊັ້ນໜຶ່ງໃຫ້ແກ່ວິທະຍາຄານຄວາມສະຫງົບປະຊາຊົນ. ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຍົກອອກບາງໜ້າທີ່ສຳຄັນສຳລັບວິທະຍາຄານ, ໃນນັ້ນຕ້ອງປົກປັກຮັກສາບັນດາຜົນງານການປະຕິວັດ, ຜົນປະໂຫຍດແຫ່ງຊາດ, ຂອງຊາດ, ປົກປ້ອງພັກ, ລັດ, ປະຊາຊົນ ແລະ ລະບອບໄວຢ່າງໝັ້ນຄົງ.

 

ຕອບກັບ

ຂ່າວ/ບົດ​ອື່ນ