ທ່ານປະທານປະເທດ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມຄະນະພັກຕຳຫຼວດສູນກາງ

(VOVWORLD) - ກອງປະຊຸມຄະນະພັກຕຳຫຼວດສູນກາງ ຫວຽດນາມ ໄລຍະ 6 ເດືອນຕົ້ນປີ 2024 ຈັດຂຶ້ນໃນຕອນເຊົ້າວັນທີ 04 ກໍລະກົດ, ຢູ່ ຮ່າໂນ້ຍ.
ທ່ານປະທານປະເທດ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມຄະນະພັກຕຳຫຼວດສູນກາງ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: TTXVN)

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ກຳມະການຄະນະປະຈຳຄະນະພັກຕຳຫຼວດສູນກາງ, ໄດ້ສົ່ງເນື້ອໃນບົດກ່າວປາໃສຊີ້ນຳ ເພື່ອໃຫ້ກອງປະຊຸມທາມທາມຄວາມເຫັນໃນວິວັດການປຶກສາຫາລື. ທ່ານພົນເອກ ໂຕເລິມ, ປະທານປະເທດ, ກຳມະການຄະນະປະຈຳພັກຕຳຫຼວດສູນກາງ; ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ກຳມະການຄະນະປະຈຳຄະນະພັກຕຳຫຼວດສູນກາງ, ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ.

        ໃນບົດຂຽນສົ່ງເຖິງກອງປະຊຸມ, ເມື່ອເຕື້ອງທິດທາງ, ມາດຕະການໃນໄລຍະ 6 ເດືອນທ້າຍປີ 2024, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກເຖິງເລື່ອງຕ້ອງເພີ່ມທະວີບັນດາມາດຕະການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ. ຕາມທ່ານເລຂາທິການໃຫຍ່ແລ້ວ, ກອງປະຊຸມສູນກາງພັກຄັ້ງທີ 10 ຊຸດທີ 13 ຈະມາເຖິງ, ຈະປຶກສາຫາລື ແລະ ປະກອບຄຳເຫັນໃສ່ຫຼາຍເນື້ອໃນສຳຄັນ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ກຳລັງຕຳຫຼວດປະຊາຊົນ ຕ້ອງກຳແໜ້ນສະພາບການ, ປະຕິບັດວຽກງານປົກປັກຮັກສາພື້ນຖານແນວຄິດຂອງພັກ; ຜັນຂະຫຍາຍມາດຕະການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດຢ່າງຄົບຊຸດ, ຂ້ຽວຂາດ, ກຳແໜ້ນສະພາບການ, ແກ້ໄຂຢ່າງມີປະສິດທິຜົນແຕ່ກ່ອນ, ໂດຍສະເພາະແມ່ນມີບັນດາມາດຕະການສະກັດກັ້ນຄວາມສ່ຽງ, ສິ່ງທ້າທາຍຈາກເຄືອຂ່າຍອິນເຕີເນັດໃຫ້ບັນລຸປະສິດທິຜົນກວ່າ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ໂຕເລິມ ໄດ້ຊົມເຊີຍບັນດາຜົນງານ, ໝາກຜົນພົ້ນເດັ່ນຂອງຄະນະພັກຕຳຫຼວດສູນກາງ, ກະຊວງຕຳຫຼວດບັນລຸໄດ້ໃນໄລຍະຜ່ານມາ. ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານປະທານປະເທດ ໂຕເລິມ ສະເໜີໃຫ້ຄະນະພັກຕຳຫຼວດສູນກາງ ຕ້ອງສືບຕໍ່ຊີ້ນຳ, ນຳພາປະຕິບັດວຽກງານໃຫ້ຄຳປຶກສາ, ຍຸດທະສາດ ; ປະຕິບັດວຽກງານປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຕໍ່ສູ້ ປ້ອງກັນ, ຕ້ານອາດຊະຍາກຳ; ຍົກສູງປະສິດທິຜົນວຽກງານຄຸ້ມຄອງລັດກ່ຽວກັບຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ… ໃຫ້ເປັນຢ່າງດີ.

        ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ຄະນະພັກຕຳຫຼວດສູນກາງເປັນເຈົ້າການກຳແໜ້ນ, ຄາດຄະເນສະພາບການໃຫ້ເປັນຢ່າງດີ, ເປັນເສນາທິການຕໍ່ພັກ, ລັດ ເພື່ອປະກາດໃຊ້ບັນດາແຜນນະໂຍບາຍ, ມາດຕະການແກ້ໄຂໃຫ້ສອດຄ່ອງກັບສະພາບການຜັນແປຂອງໂລກຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ