ທ່ານປະທານປະເທດຫງວຽນຊວັນຟຸກ ເຮັດວຽກກັບຄະນະພະນັກງານສານປະຊາຊົນສູງສຸດ

(VOVWORLD) -ການຍູ້ແຮງການປະຕິຮູບຕຸລາການແມ່ນທ່າອ່ຽງຈຳເປັນ ເພື່ອແນໃສ່ມຸ່ງໄປເຖິງລັດແຫ່ງນິຕິບັນຍັດ.
ທ່ານປະທານປະເທດຫງວຽນຊວັນຟຸກ ເຮັດວຽກກັບຄະນະພະນັກງານສານປະຊາຊົນສູງສຸດ - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການເຮັດວຽກ
(ພາບ: TTXVN)

ຕອນບ່າຍວັນທີ 15 ຕຸລາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ການປະຕິຮູບຕຸລາການສູນກາງ ໄດ້ເຮັດວຽກກັບຄະນະພະນັກງານສານປະຊາຊົນສູງສຸດ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຖືວ່າ, ການຍູ້ແຮງການປະຕິຮູບຕຸລາການແມ່ນທ່າອ່ຽງຈຳເປັນ ເພື່ອແນໃສ່ມຸ່ງໄປເຖິງລັດແຫ່ງນິຕິບັນຍັດ. ທ່ານປະທານປະເທດສະເໜີໃຫ້ຂະແໜງສານ ຄວນສືບຕໍ່ຍົກສູງຄຸນນະພາບການພິພາກສາ, ບໍ່ໃຫ້ເກີດການພິພາກສາບໍ່ຖືກໂທດ, ບໍ່ໃຫ້ລອດອາດຊະຍາກອນ  ແລະ ຜູ້ມີການກະທຳຜິດ; ພ້ອມທັງຕັ້ງໜ້າ, ເປັນເຈົ້າການໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ.

“ການເຄື່ອນໄຫວຕຸລາການຕ້ອງຖືປະຊາຊົນເປັນໃຈກາງ. ສານຕ້ອງຢືດໝັ້ນປະຕິບັດ ຜ່ານການເພີ່ມທະວີການຮັກສາການພົວພັນສະໜິດແໜ້ນກັບປະຊາຊົນ; ຮັບຟັງຄຳເຫັນ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ຜູ້ພິພາກສາບໍ່ພຽງຕ້ອງເກັ່ງດ້ານທັກສະພິພາກສາເທົ່ານັ້ນ, ຫາກຕ້ອງມີຄວາມເຈົ້າໃຈສະພາບຕົວຈິງຂອງສັງຄົມ, ມີຄວາມເຂົ້າໃຈແນວຄິດ, ຈິດໃຈ, ບັນດາຄວາມຫຍຸ້ງຍາກຂອງປະຊາຊົນຈາກທຸກແງ່ມູມ ເພື່ອມີມາດຕະການແກ້ໄຂໃຫ້ເໝາະສົມ”.

ຕອບກັບ

ຂ່າວ/ບົດ​ອື່ນ