ທ່ານປະທານປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງ ໂຮງຮຽນນາຍທະຫານບົກ
(ພາບ: TTX)
(vovworld) - ກ່າວຄວາມເຫັນທີ່ພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງໂຮງຮຽນນາຍທະຫານບົກເລັກ 1 ໃນຕອນບ່າຍວັນທີ 15/4. ທ່ານປະທານປະເທດ ເຈືອງເຕິ໋ນຊາງ ໄດ້ຍ້ອງຍໍ ແລະ ອວຍພອນບັນດາຜົນງານ, ແລະ ການເຕີບໃຫຍ່ຂອງໂຮງຮຽນໃນຕະຫຼອດ 70 ປີຜ່ານມາ. ທ່ານເນັ້ນໜັກວ່າ, ປະຈຸບັນ, ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງປະຊາຊົນມີຄວາມສະດວກຫຼາຍຢ່າງ, ແຕ່ກໍ່ຍັງປະສົບກັບຄວາມຫຍຸ້ງຍາກ, ການທ້າທາຍອັນໃຫຍ່ຫຼວງຢູ່. ທ່ານປະທານປະເທດ ກໍ່ຮຽກຮ້ອງໃຫ້ທາງໂຮງຮຽນຄວນສືບຕໍ່ປ່ຽນໃໝ່, ປັບປຸງຂັ້ນຕອນ, ຫຼັກສູດ, ເນື້ອໃນ, ວິທີການສິດສອນ, ຮຳ່ຮຽນ, ເຝິກແອບ, ການເສັງ, ການຕີລາຄາຍົກສູງຄຸນນະພາບການສຶກສາບຳລຸງສ້າງຢ່າງຮອບດ້ານ. ຖັນແຖວນາຍທະຫານທີ່ໄດ້ຜ່ານການບຳລຸງສ້າງຕ້ອງມີຄຸນນະທາດດ້ານການເມືອງ, ມີຄວາມສາມາດ ແລະ ສຸຂະພາບ, ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ແລະ ປະຊາຊົນ; ມີລະດັບເຕັກນິກ, ຍຸດທະວິທີ, ລະດັບຄຸ້ມຄອງ ແລະ ບັນຊາເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສົງຄາມທັນສະໄໝ; ນອກນັ້ນທາງໂຮງຮຽນກໍ່ຄວນຍູ້ແຮງວຽກງານຄົ້ນຄ້ວາວິທະຍາສາດ, ມີກົນໄກປຸກລະດົມ, ສົ່ງເສີມພະນັກງານ, ຄູສອນ, ນັກຮຽນເຂົ້າຮ່ວມການຄົ້ນຄ້ວາ, ສະຫຼຸບພຶດຕິກຳຕົວຈິງ, ຍົກສູງຄຸນນະພາບການບຳລຸງສ້າງ. ແກ້ໄຂບັນດາບັນຫາຮີບດ່ວນຂອງພຶດຕິກຳຕົວຈິງ, ປະກອບສ່ວນພັດທະນາວິທະຍາສາດ, ສິລະປະການທະຫານຫວຽດນາມ ໃນໄລຍະໃໝ່.
ໃນໂອກາດນີ້, ທ່ານປະທານປະເທດ ເຈືອງເຕິ໋ນຊາງກໍ່ໄດ້ມອບຫຼຽນໄຊໂຮ່ຈີມິນຄັ້ງທີ 3 ໃຫ້ໂຮງຮຽນ ນາຍທະຫານບົກເລັກ 1.