ທ່ານປະທານປະເທດເຈືອງເຕິນຊາງຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍື່ນສານຕາຕັ້ງ

ທ່ານປະທານປະເທດເຈືອງເຕິນຊາງຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍື່ນສານຕາຕັ້ງ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ແລະ ທ່ານເອກ​ອັກຄະ​ລັດຖະທູດປອກຕຸຍ​ການ Luis Manuel Barreira Sousa
(ພາບ: Nguyễn Khang/TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 19/3, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ໄດ້​ໃຫ້​ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດຂອງບັນດາ​ປະ​ເທດ​ຄື: Guinea, ລຸກ​ຊຳ​ບວກ ​ແລະ ປອກຕຸຍ​ການ ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ຮັບ​ໜ້າ​ທີ່​ປະຕິບັດ​ງານ​ຢູ່​ຫວຽດນາມ. ທ່ານ​ປະທານ​ປະ​ເທດ​ຢືນຢັນ​ວ່າ: ຈະ​ສ້າງທຸກ​​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ເອກອັກຄະ​ລັດຖະທູດປະຕິບັດ​ສຳ​ເລັດ​ໜ້າ​ທີ່.

      ທີ່ຕ້ອນຮັບ​ທ່ານເອກ​ອັກຄະ​ລັດຖະທູດ ສ​.Guinea, Ibraham Sory Sow, ທ່ານ​ປະທານ​ປະ​ເທດ​ ​ເຈືອງ​ເຕິ​ນຊາງ ​ເນັ້ນ​ໜັກ​ວ່າ: ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ກະສິກຳ​​ແມ່ນ​ຂົງ​ເຂດ​ຮ່ວມ​ມື​ພົ້ນ​ເດັ່ນ​ລະຫວ່າງ 2 ປະ​ເທດ, ສະ​ນັ້ນ, ຫວັງ​ວ່າ​ທ່ານ​ເອກ​ອັກຄະ​ລັດຖະທູດ​ ຊຸກຍູ້​ການ​ຮ່ວມ​ມືໃນ​ຂົງ​ເຂດດັ່ງກ່າວ​ຢ່າງ​ແຮງ​ກວ່າ​ອີກ, ​ໂດຍລະອຽດ​ແມ່ນ​ສືບ​ຕໍ່​ ຕໍ່​ກຳນົດ​ເວລາ​ໃຫ້​ໂຄງການສົ່ງ​ເຂົ້າສານ​ຂອງ​ຫວຽດນາມ ​ໄປ​ຍັງ Guinea ກໍ່​ຄື​ສະໜັບສະໜູນ​ໂຄງການ​ພັດທະນາ​ເຂົ້າ ​ແລະ ພືດຂອງ​ຫວຽດນາມ​ ຢູ່​​ເຂດ​ນີ້. ທ່ານ​ປະທານ​ປະ​ເທ​ດກໍ​ປາດ​ຖະໜາວ່າ, 2 ປະ​ເທດ​ຈະ​ລົງ​ນາມ​ໃນບັນດາ​ເອກະສານ​ຮ່ວມ​ມື​ດ້ານການ​ຄ້າ 2 ຝ່າຍ, ພ້ອມ​ທັງ​ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່​ເລື່ອງ​ພະຍາດ Ebola ພວມ​ແຜ່​ລາມຢູ່  Guinea.

      ທີ່ການຕ້ອນຮັບ​​ເອກ​ອັກຄະ​ລັດຖະທູດລຸກ​ຊຳ​ບວກ Robert Lauer ​ເຂົ້າຍື່ນ​ສານ​ຕາ​ຕັ້ງ, ທ່ານປະທານ​ປະ​ເທດສະ​ເໜີ​ໃຫ້ 2 ປະ​ເທດ​ເພີ່ມທະວີ​ການ​ປ່ຽນ​ແປງ​ຄະນະ​ຂັ້ນ​ສູງ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ປະ​ທານປະ​ເທດ ​ເຈືອງ​ເຕິ​ນຊາງ ປາດ​ຖະໜາວ່າ ລຸ​ກຊຳ​ບວກ, ດ້ວຍຖານະ​ເປັນ​ສະມາຊິກ​ຂອງ​ສະຫະພາບ​​ເອີລົບ(EU), ຈະ​ເຊັ່ນອະນຸມັດ​ຜ່ານ​ສັນຍາ​ຮ່ວມ​ມື ​ແລະ ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - EU ​ໂດຍ​ໄວ. ​

      ​ໃນ​ການຕ້ອນຮັບ​ທ່ານເອກ​ອັກຄະ​ລັດຖະທູດປອກຕຸຍ​ການ Luis Manuel Barreira Sousa, ທ່ານ​ປະ​ທານ​ປະ​ເທດ​ກໍ​ປາດ​ຖະໜາວ່າ, ດ້ວຍ​ຖານະ​ເປັນ​ປະ​ເທດ​ສະມາຊິກ​ສະຫະພາບ​ເອີລົບ (EU) ປອກຕຸຍ​ການ, ຈະ​ເຊັນອະນຸມັດ​​ສັນຍາ​ຮ່ວມ​ມື ​ແລະ ຄູ່​ຮ່ວມ​ມື​ຮອບດ້ານລະຫວ່າງຫວຽດນາມ - EU ​​ໂດຍ​ໄວ, ມຸ່ງ​ໄປ​ເຖິງ​ສິ້ນ​ສຸດການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - EU ​ໃນ​ປີ​ນີ້. ທ່ານປະທານ​ປະ​ເທດ​ກໍ່​ເຫັນ​ດີ​ກັບ​ຄຳ​ສະ​ເໜີ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ປອກຕຸຍ​ການ ກ່ຽວ​ກັບ​ເລື່ອງ​ ສະໜັບສະໜູນ Timo Leste ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອາ​ຊຽນ, ​ແຕ່​​​ໃສ່​ໃຈ​ວ່າ​ບັນຫາ​ນີ້​ກໍ​ຕ້ອງ​ມີ​ຄວາມ​​ເຫັນ​ດີ​ເປັນເອກະ​ພາບ​ຂອງ​ບັນດາ​ປະ​ເທດ​ສະມາຊິ​ກອື່ນໆ.


ຂ່າວ/ບົດ​ອື່ນ