ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ ສີ​ພັນ​ດອນ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ຢັ້ງຢືນວ່າ ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ສົມທົບກັນກັບສະພາແຫ່ງຊາດລາວຢ່າງແໜ້ນແຟ້ນ ໃນການສ້າງແລວນິຕິກຳທີ່ສະດວກເພື່ອໃຫ້ລັດຖະບານສອງປະເທດຜັນຂະຫຍາຍຂໍ້ຕົກລົງຂັ້ນສູງ ຂອງກົມການເມືອງສອງປະເທດຢ່າງມີປະສິດທິຜົນ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ ສີ​ພັນ​ດອນ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ (ພາບ: VOV)

ໃນຂອບເຂດການຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ, ຕອນບ່າຍວັນທີ 17 ຕຸລາ, ຢູ່ສຳນັກງານຫ້ອງວ່າການລັດຖະບານ ລາວ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ.

ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ໃຫ້ບຸລິມະສິດສູງທີ່ສຸດໃຫ້ແກ່ການພົວພັນທີ່ເປັນມູນເຊື້ອແບບພິເສດກັບ ລາວ. ທ່ານປະທານສະພາແຫ່ງຊາດ ປາດຖະໜາຢາກຊຸກຍູ້ການພົວພັນສອງປະເທດ ແລະ ສອງສະພາແຫ່ງຊາດໃຫ້ ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທ້ຈິງ; ພ້ອມທັງຍົກໃຫ້ເຫັນຢ່າງຈະແຈ້ງວ່າ, ຫວຽດນາມ ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມື, ແບ່ງປັນກັບລາວ ກ່ຽວກັບບົດຮຽນປະສົບການໃນການສ້າງ, ປັບປຸງລັດຖະທຳມະນູນ ແລະ ກົດໝາຍ ກໍ່ຄືແບ່ງປັນຂໍ້ມູນ, ໜູນຊ່ວຍລາວ ຈັດບັນດາກອງປະຊຸມໃນປີ ປະທານອາຊຽນ ແລະ ປະທານ AIPA 2024 ໃຫ້ສຳເລັດຜົນ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ຢັ້ງຢືນວ່າ ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ສົມທົບກັນກັບສະພາແຫ່ງຊາດລາວຢ່າງແໜ້ນແຟ້ນ ໃນການສ້າງແລວນິຕິກຳທີ່ສະດວກເພື່ອໃຫ້ລັດຖະບານສອງປະເທດຜັນຂະຫຍາຍຂໍ້ຕົກລົງຂັ້ນສູງ ຂອງກົມການເມືອງສອງປະເທດຢ່າງມີປະສິດທິຜົນ. ສ່ວນທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ເນັ້ນໜັກວ່າ ສະພາແຫ່ງຊາດ ລາວ ແລະ ສະພາແຫ່ງຊາດ ຫວຽດນາມ ຕ້ອງສືບຕໍ່ປະຕິບັດບັນດາຂໍ້ຕົກລົງຮ່ວມມື, ບັນດາ ສົນທິສັນຍາ, ສັນຍາ, ຂໍ້ຕົກລົງທີ່ໄດ້ຮັບການລົງນາມລະຫວ່າງລັດຖະບານ ແລະ ທ້ອງຖິ່ນ ສອງປະເທດ, ເພື່ອແນໃສ່ນຳການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນໃຫ້ສົມກັບການພົວພັນຮ່ວມມືດ້ານການເມືອງທີ່ດີງາມນີ້.

ຕອບກັບ

ຂ່າວ/ບົດ​ອື່ນ