ຮັບປະກັນໃຫ້ທຸກພາກສ່ວນໃນສັງຄົມລ້ວນແຕ່ໄດ້ຮັບຜົນປະໂຫຍດຈາກຄວາມກ້າວໜ້າດ້ານວິທະຍາສາດ ແລະ ເຕັກໂນໂລຊີ

(VOVWORLD) - ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳໃນການພັດທະນາເສດຖະກິດ, ສັງຄົມ.
ຮັບປະກັນໃຫ້ທຸກພາກສ່ວນໃນສັງຄົມລ້ວນແຕ່ໄດ້ຮັບຜົນປະໂຫຍດຈາກຄວາມກ້າວໜ້າດ້ານວິທະຍາສາດ ແລະ ເຕັກໂນໂລຊີ - ảnh 1(ພາບປະກອບ: dangcongsan.vn)

        ແຕ່ວັນທີ 13 - 17 ຕຸລາ, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງປະທານກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫງວຽນແມ້ງຕ໋ຽນ ນຳໜ້າ, ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສະຫະພັນລັດຖະສະພາໂລກ ຄັ້ງທີ 149 (IPU - 149) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ ເຊີແນວ, ປະເທດ ສະວິດ.

        ທີ່ວາລະປຶກສາຫາລືຄົບຄະນະດ້ວຍຫົວຂໍ້ “ຂຸດຄົ້ນວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອໂລກແຫ່ງສັນຕິພາບ ແລະ ຍືນຍົງ”, ທ່ານ ຫງວຽນແມ້ງຕ໋ຽນ ເນັ້ນໜັກວ່າ, ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳໃນການພັດທະນາເສດຖະກິດ, ສັງຄົມ. ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ວາງເປົ້າໝາຍຮັບປະກັນຜົນງານດ້ານວິທະຍາສາດ, ເຕັກໂນໂລຊີເພື່ອຮັບໃຊ້ຄວາມກ້າວໜ້າຂອງສັງຄົມ, ມຸ່ງໄປເຖິງມະນຸດ, ພັດທະນາມະນຸດຢ່າງຮອບດ້ານ; ຜົນງານດ້ານວິທະຍາສາດເຕັກໂນໂລຊີຕ້ອງຊຸກຍູ້ການຮ່ວມມື, ບໍ່ກາຍເປັນເຄື່ອງມືເພື່ອຕ້ານບັນດາປະເທດ, ໄປຝືນກັບຄວາມຄາດຫວັງສັນຕິພາບ, ການພັດທະນາ, ຄວາມສະເໝີພາບ ແລະ ຄວາມຍຸຕິທຳຂອງບັນດາຊາດ.

        ຄະນະຜູ້ແທນ ຫວຽດນາມ ສະເໜີໃຫ້ລັດຖະສະພາບັນດາປະເທດ ແລະ ສະຫະພັນລັດຖະສະພາໂລກ ສົ່ງເສີມບັນດານະໂຍບາຍຮັບປະກັນໃຫ້ທຸກພາກສ່ວນໃນສັງຄົມລ້ວນແຕ່ໄດ້ຮັບຜົນປະໂຫຍດຈາກຄວາມກ້າວໜ້າດ້ານວິທະຍາສາດ ແລະ ເຕັກໂນໂລຊີ.

ຕອບກັບ

ຂ່າວ/ບົດ​ອື່ນ