ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຊົມເຊີຍຜົນງານຂອງທິມບານເຕະຍິງ ຫວຽດນາມ

(VOVWORLD) -ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ມອບຂອງຂວັນບຸນເຕັດໃຫ້ຄູຝຶກ ທ່ານ ມາຍດຶກຈຸງ ແລະ ຊົມເຊີຍຜົນງານຂອງທິມບານເຕະຍິງ ຫວຽດນາມ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຊົມເຊີຍຜົນງານຂອງທິມບານເຕະຍິງ ຫວຽດນາມ - ảnh 1ທ່ານ ມາຍດຶກຈຸງ ຮັບຂອງຂວັນຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ
(ພາບ: sggp.org.vn)

ທີ່ພິທີຊົມເຊີຍຜົນງານຂອງທິມບານເຕະຍິງ ຫວຽດນາມ ເຊິ່ງດຳເນີນໃນຕອນເຊົ້າວັນທີ 11 ກຸມພາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ມອບຂອງຂວັນບຸນເຕັດໃຫ້ຄູຝຶກ ທ່ານ ມາຍດຶກຈຸງ ແລະ ຊົມເຊີຍຜົນງານຂອງທິມບານເຕະຍິງ ຫວຽດນາມ. ກ່ອນໜ້ານັ້ນ, ບັນດາການນຳຂັ້ນສູງສຸດຂອງ ພັກ, ລັດ, ລັດຖະບານ ລວມມີ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກໍ່ມີຄວາມສົນໃຈທີ່ສຸດ, ສະແດງຄວາມປິຕິຊົມຊື່ນຕໍ່ຜົນງານຂອງທິມບານເຕະຍິງ ຫວຽດນາມ. ດ້ວຍຄວາມມານະພະຍາຍາມຢ່າງກະໂດດຂັ້ນ ແລະ ເຈດຈຳນົງຕັດສິນໃຈນັ້ນ, ຄູຝຶກ ມາຍດຶກຈຸງ ພ້ອມກັບນັກກິລາບານເຕະຍິງໄດ້ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງເພື່ອເປັນຄັ້ງທຳອິດສາມາດຍາດສິດໄດ້ເຂົ້າຮ່ວມຮອບຊິງຊະນະເລີດ World Cup ຍິງ 2023.

ຕອບກັບ

ຂ່າວ/ບົດ​ອື່ນ