ທ່ານປະທານາທິບໍດີ Donald Trump ຫຍໍ້ສັ້ນໄລຍະຫ່າງກັບຜູ້ອອກສະໝັກຮັບເລືອກຕັ້ງ Joe Biden

(VOVWORLD) - ຕາມໝາກຜົນການຢັ່ງຫາງສຽງທີ່ປະກາດໃນວັນທີ 28 ກັນຍາ, ກ່ອນທີ່ດຳເນີນການໂຕ້ວາທີສຳຄັນທຳອິດໃນຂັ້ນຕອນການເລືອກຕັ້ງລະຫວ່າງຜູ້ອອກສະໝັກຮັບເລືອກຕັ້ງເປັນປະທານາທິບໍດີ 2 ທ່ານຂອງພັກສາທາລະນະ ແລະ ພັກປະຊາທິປະໄຕ, ທ່ານປະທານາທິບໍດີ Donald Trump ໄດ້ຮັດແຄບໄລຍະຫ່າງກັບຜູ້ອອກສະໝັກຮັບເລືອກຕັ້ງ Joe Biden.
ທ່ານປະທານາທິບໍດີ Donald Trump ຫຍໍ້ສັ້ນໄລຍະຫ່າງກັບຜູ້ອອກສະໝັກຮັບເລືອກຕັ້ງ Joe Biden - ảnh 1 ທ່ານປະທານາທິບໍດີ Donald Trump (ພາບ: AFP/TTXVN)

        ໝາກຜົນການຢັ່ງຫາງສຽງຫຼ້າສຸດໂດຍ Harvard CAPS/Harris ປະຕິບັດໄດ້ສະແດງໃຫ້ເຫັນວ່າ 47% ຜູ້ມີສິດເລືອກຕັ້ງອາດຈະໄປປ່ອນບັດໃຫ້ຮູ້ວ່າ ຈະສະໜັບສະໜູນໃຫ້ທ່ານອະດີດຮອງປະທານາທິບໍດີ Joe Biden ຖ້າຫາກການເລືອກຕັ້ງດຳເນີນໃນໄລຍະເວລາປະຕິບັດການຢັ່ງຫາງສຽງ, ໃນຂະນະນັ້ນ ອັດຕາຜູ້ມີສິດເລືອກຕັ້ງປ່ອນບັດສະໜັບສະໜູນໃຫ້ທ່ານປະທານາທິບໍດີ Trump ແມ່ນ 45%. ດ້ວຍໝາກຜົນດັ່ງກ່າວ, ທ່ານປະທານາທິບໍດີ Donald Trump ໄດ້ຮັດແຄບໄລຍະຫ່າງກັບທ່ານ Joe Biden 2 ຄະແນນ ເມື່ອທຽບໃສ່ໝາກຜົນການຢັ່ງຫາງສຽງໃນເດືອນ ສິງຫາ.

        ພາຍຫລັງການໂຕ້ວາທີຄັ້ງທຳທິດ, ການໂຕ້ວາທີລະຫວ່າງທ່ານປະທານາທິບໍດີ Donald Trump ແລະ ທ່ານ Joe Biden ຄັ້ງຕໍ່ໄປຈະດຳເນີນໃນວັນທີ 15 ຕຸລາ ແລະ 22 ຕຸລາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ