ທ່ານ​ປະ​ທາ​ນາ​ທິບ​ໍ​ດີ ຟີ​ລິບ​ປິນ ຮຽກ​ຮ້ອງ​ ສ​ືບ​ຕໍ່​ບັ​້ນ​ຕ້າ​ນ​ຢາ​ເສບ​ຕິດ ແລະ ສໍ້​ລາດ​ບັງຫຼວງ

(VOVWORLD) - ວັນທີ 22 ກໍລະກົດ, ທ່ານ ປະທານາທິບໍດີ ຟິລິບປິນ Rodrigo Duterte ໄດ້ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຜັນຂະຫຍາຍບັ້ນຕ້ານຢາເສບຕິດ ແລະ ສໍ້ລາດບັງຫຼວງ.
ທ່ານ​ປະ​ທາ​ນາ​ທິບ​ໍ​ດີ ຟີ​ລິບ​ປິນ ຮຽກ​ຮ້ອງ​ ສ​ືບ​ຕໍ່​ບັ​້ນ​ຕ້າ​ນ​ຢາ​ເສບ​ຕິດ ແລະ ສໍ້​ລາດ​ບັງຫຼວງ - ảnh 1ທ່ານ ປະທານາທິບໍດີ ຟິລິບປິນ Rodrigo Duterte (ພາບ: Getty) 

ໃນສານແຫ່ງຊາດຄັ້ງທີ 4 ກ່າວຕໍ່ໜ້າ ສະພາແຫ່ງຊາດ, ທ່ານ Rodrigo Duterte ອີກຄັ້ງໜຶ່ງເລັ່ງລັດບັນດາສະມາຊິກລັດຖະສະພາ ຮັບຮອງເອົາກົດໝາຍວ່າດ້ວຍການອະນຸຍາດນຳໃຊ້ການລົງໂທດປະຫານຊີວິດ, ພ້ອມທັງຢັ້ງຢືນວ່າ ບັນດາການເຄື່ອນໄຫວການຄ້າເຖື່ອນຢາເສບຕິດ ແລະ ສໍ້ລາດບັງຫຼວງຍັງເກີດຂຶ້ນຢູ່ປະເທດນີ້. ທ່ານ Rodrigo Duterteໄດ້ເນັ້ນໜັກວ່າ ການຄ້າເຖື່ອນຢາເສບຕິດຍັງເກີດຂຶ້ນໃນຂະນະທີ່ໄພສໍ້ລາດບັງຫຼວງຍັງບໍ່ທັນໄດ້ລົບລ້າງ ແລະ ເຮັດໃຫ້ບັນດາຄວາມມານະພະຍາຍາມປັບປຸງພື້ນຖານຄຸນສົມບັດໃນອຳນາດການປົກຄອງອ່ອນລົງ. ທ່ານ ປະທານາທິບໍດີ Rodrigo Duterte ເນັ້ນໜັກວ່າ ໄພຄ້າຂາຍເຖື່ອນຢາເສບຕິດຈະບໍ່ສາມາດຍູ້ໃຫ້ມັນຖອຍໄປຫາກສະພາບການສໍ້ລາດບັງຫຼວງຍັງຄົງຕົວ ແລະ ສ້າງ ຊ່ອງຫວ່າງໃຫ້ແກ່ບັນດາການເຄື່ອນໄຫວອາດຊະຍາກຳ.

ຕອບກັບ

ຂ່າວ/ບົດ​ອື່ນ