ທ່ານ​ປະທານາທິບໍດີ ລັດ​ເຊຍ ຢ້ຽມຢາມ ຊີຣີ ​ໂດຍ​ບໍ່​​ມີ​ການແຈ້ງ​ລ່ວງໜ້າ

(VOVWORLD) -  ທ່ານປະທານາທິບໍດີ ລັດເຊຍ Vladimir Putin  ໄດ້ໄປຍັງນະຄອນຫຼວງ Damacus ໂດຍບໍ່ແຈ້ງໃຫ້ຊາບລ່ວງໜ້າ, ວັນທີ 7 ມັງກອນ ໄດ້ມີການພົບປະເຈລະຈາກັບທ່ານປະທານາທິບໍດີ ຊີຣີ Bashar al – Assad.
ທ່ານ​ປະທານາທິບໍດີ ລັດ​ເຊຍ ຢ້ຽມຢາມ ຊີຣີ ​ໂດຍ​ບໍ່​​ມີ​ການແຈ້ງ​ລ່ວງໜ້າ - ảnh 1 ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: TTXNV)

       ນີ້ແມ່ນການຢ້ຽມຢາມ ຊີຣີ ຄັ້ງທໍາອິດຂອງທ່ານ Vladimir Putin  ນັບແຕ່ເມື່ອ ທ່ານໄປຢ້ຽມຢາມຖານທີ່ໝັ້ນກອງທັບ Hmeymim ຂອງ ລັດເຊຍ ຢູ່ແຂວງ Latakia ເມື່ອປີີ 2017.

        ໂຄສົກຂອງວັງ Kremlin Dmitry Peskov ໃຫ້ຮູ້ວ່າ ໃນການພົບປະເຈລະຈາ, ທ່ານ Vladimir Putin  ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມກ້າວໜ້າຄວາມຄືບໜ້າອັນໃຫຍ່ຫຼວງທີ່ບັນລຸໄດ້ຢູ່ ຊີຣີ, ນັ້ນແມ່ນ “ຟື້ນຟູລັດ ຊີຣີ ແລະ ຮັກສາຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ”. ສ່ວນທ່ານປະທານາທິບໍດີ ຊີຣີ ຕີລາຄາສູງຕໍ່າການໜູນຊ່ວຍຂອງລັດຖະບານ ແລະ ກອງທັບລັດເຊຍ ໃນການຕໍ່ສູ້ຕ້ານການກໍ່ການຮ້າຍ ແລະ ຟື້ນຟູພື້ນຖານສັນຕິພາບຢູ່ປະເທດຕາເວັນອອກກາງນີ້.


ຕອບກັບ

ຂ່າວ/ບົດ​ອື່ນ