ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk yeol ເປັນປະທານພິທີຕ້ອນຮັບທ່ານປະທານປະເທດ ຫງວຽນຊວັນຟຸກ ຢ່າງສົມກຽດ

(VOVWORLD) -ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ເປັນປະທານພິທີຕ້ອນຮັບທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕາມພິທີທາງການສູງສຸດ.
ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk yeol ເປັນປະທານພິທີຕ້ອນຮັບທ່ານປະທານປະເທດ ຫງວຽນຊວັນຟຸກ ຢ່າງສົມກຽດ - ảnh 1 (ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ ໄດ້ດຳເນີນການເຈລະຈາ)

        ໂດຍໄດ້ຮັບຄຳເຊີນຈາກທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 04 – 06 ທັນວາ. ຕອນບ່າຍວັນທີ 05 ທັນວາ, ຢູ່ນະຄອນຫຼວງ ເຊີອຸນ, ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ເປັນປະທານພິທີຕ້ອນຮັບທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕາມພິທີທາງການສູງສຸດ.

        ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ ໄດ້ດຳເນີນການເຈລະຈາ.

ຕອບກັບ

ຂ່າວ/ບົດ​ອື່ນ