ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ​ເຊັ່ນໃຫ້​ສັດຕະຍາບັນ USMCA

(VOVWORLD) -ວັນທີ 29 ມັງກອນ, ທ່ານ ປະທານາທິບໍດີ ອາເມລິກາ Donald Trump  ໄດ້ເຊັ່ນປະກາດໃຊ້ກົດໝາຍວ່າດ້ວຍສັນຍາການຄ້າ ອາເມລິກາ - ເມກຊີໂກ - ການາດາ (USMCA) - ເຊິ່ງເປັນ ສັນຍາການຄ້າເສລີ ອາເມລິກາເໜືອ (NAFTA) ສະບັບໃໝ່, ຢັ້ງຢືນ ອະນາຄົດອັນສະຫງ່າລາສີ ໃຫ້ແກ່ພື້ນຖານອຸດສາຫະກຳອາເມລິກາ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ​ເຊັ່ນໃຫ້​ສັດຕະຍາບັນ USMCA - ảnh 1

ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ສຳພາດຕໍ່ວົງການນັກຂ່າວຢູ່ ວໍຊິງຕັນໃນວັນທີ 9 ມັງກອນ 2020 (ພາບ: AFP/TTXVN)

ກ່າວຄຳເຫັນທີ່ພິທີລົງນາມໃຫ້ສັດຕະຍາບັນສັນຍາຢູ່ ທຳນຽບຂາວ, ທ່ານ ປະທານາທິບໍດີ Donald Trump ໄດ້ຊີ້ແຈ້ງ ວ່າ USMCA ແມ່ນສັນຍາການຄ້າໃຫຍ່, ມີຄວາມສະເໝີພາບ, ດຸ່ນດ່ຽງ ແລະ ທັນສະໄໝທີ່ສຸດ ນັບແຕ່ກ່ອນມາຮອດປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ