ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ​ພົບ​ປະ​ກັບ ພະລາ​ຊີ​ນີ ອັງ​ກິດ Elizabeth

(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ Joe Biden ພ້ອມດ້ວຍພັນລະຍາ Jill Biden ໄດ້ມີການໂອ້ລົມກັບ ພະລາຊີນີ ປະເທດ ອັງກິດ Elizabeth II ແລະ ການນຳກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ແລະ ບັນດາສະມາຊິກຂອງພະບໍລົມວົງສານຸວົງໃນງານລ້ຽງ ພາຍຫຼັງວາລະປະຊຸມທຳອິດຂອງກອງປະຊຸມສຸດຍອດ G7.

ວັນທີ 11 ມິຖຸນາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ມີການພົບປະ ກັບ ພະລາຊີນີ ປະເທດ ອັງກິດ Elizabeth II ເປັນຄັ້ງທຳອິດ ນັບແຕ່ເມື່ອທ່ານຮັບດຳລົງຕຳແໜ່ງ. ທ່ານປະທານາທິບໍດີ ອາເມລິກາ Joe Biden ພ້ອມດ້ວຍພັນລະຍາ Jill Biden ໄດ້ມີການໂອ້ລົມກັບ ພະລາຊີນີ ປະເທດ ອັງກິດ Elizabeth II ແລະ ການນຳກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ແລະ ບັນດາສະມາຊິກຂອງພະບໍລົມວົງສານຸວົງໃນງານລ້ຽງ ພາຍຫຼັງວາລະປະຊຸມທຳອິດຂອງກອງປະຊຸມສຸດຍອດ G7.

        ໃນວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ມີການພົບປະກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຢູ່ນອກກອງປະຊຸມສຸດຍອດ G7. ໃນການພົບປະຄັ້ງນີ້, ການນຳສອງທ່ານໄດ້ປຶກສາຫາລືກ່ຽວກັບຫຼາຍບັນຫາລະຫວ່າງສອງຝ່າຍ ແລະ ພາກພື້ນ, ລວມທັງບັນຫາໂລກລະບາດໂຄວິດ - 19 ແລະ ບັນດາຄວາມມານະພະຍາຍາມຕ້ານການກໍ່ການຮ້າຍ ຢູ່ Sahel, ພ້ອມທັງຢັ້ງຢືນເຖິງຄວາມສຳຄັນຂອງການພົວພັນຄູ່ຮ່ວມມື ອາເມລິກາ - ຝລັ່ງ ແລະ ສຳພັນທະມິດຂ້າມອັດລັງຕິກ.

        ນອກຈາກນັ້ນ, ທຳນຽບຂາວ ກໍຢັ້ງຢືນວ່າ ການປຶກສາຫາລືໃນມື້ທຳອິດຂອງທ່ານປະທານາທິບໍດີ Joe Biden ບັນລຸໄດ້ຄວາມຄືບໜ້າທີ່ຕັ້ງໜ້າ ແລະ ມີປະສິດທິຜົນ, ໂດຍສຸມໃສ່ບັນດາວິທີ ເຊິ່ງ ອາເມລິກາ ສາມາດຮ່ວມມື ເພື່ອສ້າງພື້ນຖານເສດຖະກິດທົ່ວໂລກ ຢ່າງຍຸຕິທຳ ແລະ ກວມລວມກວ່າ.


ຕອບກັບ

ຂ່າວ/ບົດ​ອື່ນ