ທ່ານຢາງແຊວຝື,ລັດຖະມົນຕີ-ຫົວຫນ້າຄະນະກຳມະການຊົນເຜົ່າຢ້ຽມຢາມແຂວງກວ໋າງນາມ

ທ່ານຢາງແຊວຝື,ລັດຖະມົນຕີ-ຫົວຫນ້າຄະນະກຳມະການຊົນເຜົ່າຢ້ຽມຢາມແຂວງກວ໋າງນາມ - ảnh 1
ທ່ານ ຢາງ​ແຊວ​ຝື
photo:internet


(vovworld)-  ສືບ​ຕໍ່​ການ​ປະຕິບັດ​ງານ​ຢູ່​ບັນດາ​ແຂວງ​ພາກ​ກາງ-​ເຂດ​ໄຕ​ງວຽນ, ທ່ານ ຢາງ​ແຊວ​ຝື, ລັດຖະມົນຕີ-​ຫົວຫນ້າ​ຄະນະ​ກຳມະການ​ຊົນ​ເຜົ່າ ​ໄດ້​ລົງ​ຢ້ຽມຢາມ, ມອບ​ຂອງ​ຂວັນ ​ແລະ ອວຍພອນ​ປີ​ໃຫມ່​ຄະນະ​ພັກ, ອຳນາດ​ການ​ປົກ​ຄອງ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ຢູ່​ຕາ​ແສງ ​ເຝືອກ​ດືກ ​ເມືອງ​ເຝືອກ​ເຊີນ ​ແຂວງ ກວ໋າງນາມ.

ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ ຢາງ​ແຊວ​ງຝື ​ໄດ້​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​​ເມືອງ​ພູ​ດອຍ ​ເຝືອກ​ເຊີນ ພ້ອມ​ທັງ ສະ​ເຫ​ນີທ້ອງ​ຖິ່ນ​ຄວນ​ຕີ​ລາຄາ​ຄືນ​ບັນດາ​ມາດຖານ​ປະຕິບັດ​ການ​ກໍ່ສ້າ​ງຊົນນະບົດ​ໃຫມ່​​ໃຫ້​ສອດ​ຄອ່ງກັບ​ສະພາບ​ຕົວ​ຈິງ​ຂອງ​ທ້ອງ​ຖິ່ນ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາ​ເຜົ່າ. ທ່ານ ຢາງ​ແຊວ​ງຝື ​ສະ​ເຫ​ນີການ​ນຳ​ເມືອງ ​ເຝືອກ​​ເຊີນວ່າ:

        “ທີ​ຫນຶ່ງ ​ແມ່ນ​ລົບ​ລ້າງ​ຄວາ​ມອຶດຫິວ​ທຸກ​ຍາກ​ໃຫ້​ແກ່​ປະຊາຊົນ. ທີ​ສອງ ​ເພີ່ມ​ທະວີ​ການ​ຮຳ່ຮຽນ, ບຳລຸງ​ສ້າງ​ຖັນ​​ແຖວ​ພະນັກງານ​ໃຫ້​ແກ່​ປະຊາຊົນ. ທີ​ສາມ ຕ້ອງ​ສາມັກຄີ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ. ”

ຂ່າວ/ບົດ​ອື່ນ