ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ເລືອງ​ຕາມກວາງ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ

(VOVWORLD) - ທ່ານລັດຖະມົນຕີ ເລືອງຕາມກວາງ ໄດ້ສະເໜີທ່ານເອກອັກຄະລັດຖະທູດ Marc Knapper ສືບຕໍ່ປະກອບສ່ວນຢ່າງແທ້ຈິງ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືວິຊາການລະຫວ່າງກະຊວງຕຳຫຼວດ ແລະ ບັນດາຄູ່ຮ່ວມມືອາເມລິກາ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທ້ຈິງ, ມີປະສິດທິຜົນ. 
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ເລືອງ​ຕາມກວາງ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ (ພາບ: bocongan.gov.vn)

ຕອນບ່າຍວັນທີ 3 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານພົນໂທ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Marc Knapper ເອກອັກຄະລັດຖະທູດ ອາເມລິກາປະຈຳ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ເລືອງຕາມກວາງ ໄດ້ສະເໜີທ່ານເອກອັກຄະລັດຖະທູດ Marc Knapper ສືບຕໍ່ປະກອບສ່ວນຢ່າງແທ້ຈິງ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືວິຊາການລະຫວ່າງກະຊວງຕຳຫຼວດ ແລະ ບັນດາຄູ່ຮ່ວມມືອາເມລິກາ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທ້ຈິງ, ມີປະສິດທິຜົນ. ສ່ວນທ່ານ ເອກອັກຄະລັດຖະທູດ Marc Knapper ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ອາເມລິກາ ຈະເພີ່ມທະວີການແລກປ່ຽນ ແລະ ຊຸກຍູ້ການຮ່ວມມືໃນການປ້ອງກັນຄວາມສະຫງົບ, ການປະຕິບັດກົດໝາຍກັບ ຫວຽດນາມ, ຖືນີ້ແມ່ນພື້ນຖານສຳຄັນເພື່ອແນໃສ່ຫັນບັນດາເປົ້າໝາຍໃຫຍ່ໃຫ້ປະກົດຜົນເປັນຈິງ ເຊິ່ງ ການນຳສອງປະເທດໄດ້ວາງອອກໃນຖະແຫຼງການຮ່ວມຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Ito Naoki ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ, ເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດເລີ່ມຕົ້ນອາຍຸການປະຕິບັດງານຢູ່ ຫວຽດນາມ, ທ່ານລັດຖະມົນຕີ ເລືອງຕາມກວາງ ໄດ້ສະເໜີສອງປະເທດຍູ້ແຮງການພົວພັນຮ່ວມມືຢ່າງແທ້ຈິງ, ມີປະສິດທິຜົນ; ຮ່ວມມືກັນຢ່າງແໜ້ນແຟ້ນໃນບັນດາຂົງເຂດ, ເປີດກວ້າງການຮ່ວມມືປົກປ້ອງຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່. ເພີ່ມທະວີການຮ່ວມມືໃນຂົງເຂດຄວາມໝັ້ນຄົງທາງທະເລ; ເປີດກວ້າງການຮ່ວມມືໃນການຕໍ່ສູ້ກັບອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ; ສະກັດກັ້ນການຄ້າຂາຍຢາເສບຕິດ, ການຄ້າມະນຸດ ແລະ ອາດຊະຍາກຳປະເພດອື່ນໆ; ຄົ້ນຄ້ວາການຊຸກຍູ້ການເຊັນສັນຍາວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ… ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ເລືອງຕາມກວາງສະເໜີຝ່າຍຍີ່ປຸ່ນຄົ້ນຄ້ວາ, ໜູນຊ່ວຍ, ອຸປະຖຳກຳປັ່ນ, ເຮືອບິນ ແລະ ວັດຖຸອຸປະກອນອື່ນໆໃຫ້ແກ່ກະຊວງຕຳຫຼວດ ຫວຽດນາມ ເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານອັກຄີໄພ, ກູ້ໄພກູ້ຊີບ.

ຕອບກັບ

ຂ່າວ/ບົດ​ອື່ນ