ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລິມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ອີຢິບ

(VOVWORLD) - ທີ່ບັນດາການເຮັດວຽກ, 2 ຝ່າຍເຫັນດີສືບຕໍ່ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືອັນດີງາມ; ສືບຕໍ່ຮັກສາບັນດາກົນໄກຮ່ວມມື 2 ຝ່າຍ; ຊຸກຍູ້ການຈັດກອງປະຊຸມຄັ້ງທີ 6 ຄະນະກຳມະການປະສົມ ຫວຽດນາມ - ອີຢິບ ໂດຍໄວ
ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລິມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ອີຢິບ - ảnh 1(ທ່ານພົນເອກ ໂຕເລິມ ເຮັດວຽກກັບທ່ານລັດຖະມົນຕີກະຊວງພາຍໃນ Mahmoud Tawfiq Kandil)

ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ໄດ້ນຳໜ້າຄະນະຜູ້ແທນພັກກອມມູນິດ ຫວຽດນາມ, ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ອີຢິບ, ແຕ່ວັນທີ 02 – 05 ທັນວາ. ຢູ່ທີ່ນີ້, ທ່ານພົນເອກ ໂຕເລິມ ໄດ້ພົບປະເຈລະຈາກັບທ່ານ ນາດ Abdel Wahab Abdel Razeq, ປະທານສະພາສູງ ອີຢິບ ທັງເປັນປະທານພັກອະນາຄົດແຫ່ງຊາດ (NFP) ກຳອຳ; ເຈລະຈາກັບທ່ານເລຂາທິການໃຫຍ່ພັກກອມມູນິດ ອີຢິບ Salah Adly; ທ່ານເລຂາທິການໃຫຍ່ພັກສັງຄົມນິຍົມ ອີຢິບ Ahmed Bahaa El-Din Shaaban; ເຮັດວຽກກັບທ່ານລັດຖະມົນຕີກະຊວງພາຍໃນ Mahmoud Tawfiq Kandil.

ທີ່ບັນດາການເຮັດວຽກ, 2 ຝ່າຍເຫັນດີສືບຕໍ່ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືອັນດີງາມ; ສືບຕໍ່ຮັກສາບັນດາກົນໄກຮ່ວມມື 2 ຝ່າຍ; ຊຸກຍູ້ການຈັດກອງປະຊຸມຄັ້ງທີ 6 ຄະນະກຳມະການປະສົມ ຫວຽດນາມ - ອີຢິບ ໂດຍໄວ; ປັບປຸງ ແລະ ຍົກສູງປະສິດທິຜົນການພົວພັນມິດຕະພາບ, ການຮ່ວມມືລະຫວ່າງພັກກອມມູນິດ ຫວຽດນາມ ກັບບັນດາພັກການເມືອງຢູ່ ອີຢິບ, ລະຫວ່າງບັນດາອົງການຈັດຕັ້ງການເມືອງ - ສັງຄົມຂອງ 2 ປະເທດ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ບັນລຸປະສິດທິຜົນຢູ່ບັນດາເວທີປາໄສຫຼາຍຝ່າຍສາກົນ; ສ້າງເງື່ອນໄຂສະດວກໃຫ້ແກ່ການແລກປ່ຽນການຄ້າ, ຊອກຫາກາລະໂອກາດຮ່ວມມື. 2 ຝ່າຍກໍ່ເຫັນດີເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນກວ່າໃນວຽກງານປ້ອງກັນຄວາມສະຫງົບແຫ່ງຊາດ, ປ້ອງກັນ ຕ້ານການກໍ່ການຮ້າຍ, ອາດຊະຍາກຳ; ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ແກ່ບັນດາການເຄື່ອນໄຫວລົງທຶນ, ການຄ້າ, ການທ່ອງທ່ຽວຂອງແຕ່ລະຝ່າຍ…

ຕອບກັບ

ຂ່າວ/ບົດ​ອື່ນ