ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຕ້ອນຮັບການນໍາທະນາຄານຮ່ວມມືສາກົນ ຍີ່ປຸ່ນ

(VOVWORLD) -JBIC ຖືເປັນສໍາຄັນບັນດາໂຄງການຖ່າຍທອດເຕັກໂນໂລຢີ, ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງຍີ່ປຸ່ນ ເຂົ້າມາລົງທຶນ, ເປີດກວ້າງການຜະລິດດໍາເນີນທຸລະກິດຢູ່ຫວຽດນາມ.

ຕອນເຊົ້າວັນທີ 7 ມີນາ, ຢູ່ສໍານັກງານລັດຖະບານຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ໄດ້ໃຫ້ການຕ້ອນຮັບທ່ານ Masaaki Yamada, ຜູ້ອໍານວຍການຝ່າຍບໍລິຫານທັງເປັນຜູ້ອໍານວຍການ ຮັບຜິດຊອບດ້ານການເງິນ, ພະລັງງານ ແລະ ຊັບພະຍາກອນ ຂອງທະນາຄານຮ່ວມມືຍີ່ປຸ່ນ (JBIC).

ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຕ້ອນຮັບການນໍາທະນາຄານຮ່ວມມືສາກົນ ຍີ່ປຸ່ນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຕ້ອນຮັບ ທ່ານ Masaaki Yamada (ພາບ: VGP)

        ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຕີລາຄາວ່າ ໃນຫຼາຍປີຜ່ານມາ, JBIC ໄດ້ ແລະ ພວມສະໜອງຫຼາຍບ້ວງເງິນກູ້ຢືມ ຊຸກຍູ້ FDI ຂອງຍີ່ປຸ່ນເຂົ້າຫວຽດນາມ, ພິເສດ ແມ່ນ ພັດທະນາບັນດາລະບົບພື້ນຖານໂຄງລ່າງສໍາຄັນ, ບັນດາໂຄງການມີຂອບຂະໜາດໃຫຍ່ໃນຂົງເຂດພະລັງງານ ຄື ເຂດກັ່ນຕອງນໍ້າມັນ ງີເຊີນ... ໄປຄຽງຄູ່ກັນນັ້ນ, JBIC ກໍຕັ້ງໜ້າເຂົ້າຮ່ວມບັນດາການເຈລະຈາກ່ຽວກັບນະໂຍບາຍກັບ ບັນດາກະຊວງ, ຂະແໜງການຂອງຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ສະເໜີ JBIC ຄົ້ນຄວ້າເປີດກວ້າງບັນດາບ້ວງເງິນກູ້ຢຶມອື່ນໆ ໃຫ້ບັນດາວິສາຫະກິດ ຫວຽດນາມ ຫຼື ບັນດາບໍລິສັດຮ່ວມທຸລະກິດ ຍີ່ປຸ່ນ - ຫວຽດນາມ ພ້ອມກັນຮ່ວມມືລົງທຶນຢູ່ຫວຽດນາມ.

        ສ່ວນທ່ານ Masaaki Yamada ໃຫ້ຮູ້ວ່າ JBIC ຖືເປັນສໍາຄັນບັນດາໂຄງການຖ່າຍທອດເຕັກໂນໂລຢີ, ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງຍີ່ປຸ່ນ ເຂົ້າມາລົງທຶນ, ເປີດກວ້າງການຜະລິດດໍາເນີນທຸລະກິດຢູ່ຫວຽດນາມ. ໃນໄລຍະຈະມາເຖິງ, JBIC ອາດຈະຜັນຂະຫຍາຍບັນດາບ້ວງເງິນກູ້ຢືມສໍາລັບວິສາຫະກິດຫວຽດນາມ ເພື່ອໃຫ້ພັດທະນາບັນດາໂຄງການພັດທະນາພື້ນຖານໂຄງລ່າງ ແລະ ພະລັງງານ. 

ຕອບກັບ

ຂ່າວ/ບົດ​ອື່ນ