ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບຮອງນາຍົກລັດຖະມົນຕີ, ທັງເປັນປະທານຄະນະກຳມະການ Olympic ແຫ່ງຊາດ ໄທ

(VOVWORLD) -ດ້ວຍສານ “ເພື່ອ ອາຊີຕາເວັນອອກ ທີ່ເຂັ້ມແຂງກວ່າ”, ຫວຽດນາມ ໄດ້ຈັດຕັ້ງ ແລະ ເຂົ້າຮ່ວມການແຂ່ງຂັນດ້ວຍຄວາມຕັດສິນໃຈຢ່າງສູງສຸດ, ດ້ວຍຈິດໃຈກິລາແຫ່ງຄວາມສາມັກຄີ, ສັດຊື່, ຈິດໃຈຮັກຫອມສັນຕິພາບ
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບຮອງນາຍົກລັດຖະມົນຕີ, ທັງເປັນປະທານຄະນະກຳມະການ Olympic ແຫ່ງຊາດ ໄທ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ທັງເປັນປະທານຄະນະກຳມະການ Olympic ແຫ່ງຊາດ ໄທ ປຣາວິດ ວົງສຸວອນ
(ພາບ: VGP)

        ຕອນບ່າຍວັນທີ 16 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ທັງເປັນປະທານຄະນະກຳມະການ Olympic ແຫ່ງຊາດ ໄທ ປຣາວິດ ວົງສຸວອນ, ເນື່ອງໃນໂອກາດມາ ຫວຽດນາມ ແລະ ເຂົ້າຮ່ວມບາງການເຄື່ອນໄຫວຢູ່ SEA Games 31. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ແບ່ງປັນວ່າ, ດ້ວຍສານ “ເພື່ອ ອາຊີຕາເວັນອອກ ທີ່ເຂັ້ມແຂງກວ່າ”, ຫວຽດນາມ ໄດ້ຈັດຕັ້ງ ແລະ ເຂົ້າຮ່ວມການແຂ່ງຂັນດ້ວຍຄວາມຕັດສິນໃຈຢ່າງສູງສຸດ, ດ້ວຍຈິດໃຈກິລາແຫ່ງຄວາມສາມັກຄີ, ສັດຊື່, ຈິດໃຈຮັກຫອມສັນຕິພາບ, ເພື່ອການຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

        ສ່ວນທ່ານຮອງນາຍົກລັດຖະມົນຕີ ປຣາວິດ ວົງສຸວອນ ຢືນຢັນວ່າ, ຄະນະນັກກິລາ ໄທ ຈະແຂ່ງຂັນຈົນສຸດຄວາມສາມາດ, ເພື່ອຈິດໃຈຊາດ ກໍ່ຄືເພື່ອການພັດທະນາກິລາພາກພື້ນ. ໃນໄລຍະຈະມາເຖິງ, ໄທ ຈະສືບຕໍ່ເພີ່ມທະວີການຮ່ວມມືກັບ ຫວຽດນາມ, ໃນນັ້ນມີການແລກປ່ຽນຄະນະການນຳ, ກຳມະການ, ຄູຝຶກ, ນັກກິລາ ເພື່ອແນໃສ່ຮ່ຳຮຽນ, ແລກປ່ຽນບົດຮຽນເຊິ່ງກັນແລະກັນ.

ຕອບກັບ

ຂ່າວ/ບົດ​ອື່ນ