ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫ​ວ​ຽດ​ນາມ​ ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ລັດ​ຖະ​ມົນ​ຕີ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ກ່ຽວ​ກັບ​ຢາ​ເສບ​ຕິດ

(VOVWORLD) -ໃນຂອບເຂດກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບການຍົກສູງປະສິດທິຜົນການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳຢາເສບຕິດຂ້າມຊາດ, ຕອນບ່າຍວັນທີ 10 ກັນຍາ, ທ່ານ ເຈືອງຮ່ວາບີ່ງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບບັນດາທ່ານຫົວໜ້າຄະນະຜູ້ແທນຂັ້ນລັດຖະມົນຕີບັນດາປະເທດ, ຄູ່ຮ່ວມມືທີ່ມາເຂົ້າຮ່ວມກອງປະຊຸມ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫ​ວ​ຽດ​ນາມ​ ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ລັດ​ຖະ​ມົນ​ຕີ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ກ່ຽວ​ກັບ​ຢາ​ເສບ​ຕິດ - ảnh 1ທ່ານ ເຈືອງຮ່ວາບີ່ງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບບັນດາທ່ານຫົວໜ້າຄະນະຜູ້ແທນຂັ້ນລັດຖະມົນຕີບັນດາປະເທດ, ຄູ່ຮ່ວມມືທີ່ມາເຂົ້າຮ່ວມກອງປະຊຸມ (ພາບ: ANTĐ ) 

ກ່າວຄຳເຫັນທີ່ການພົບປະ, ທ່ານ ເຈືອງຮ່ວາບິງຮອງນາຍົກລັດຖະມົນຕີ ໄດ້ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ມານະພະຍາຍາມປະຕິບັດບັນດາມາດຕະການຮອບດ້ານ ແລະ ສົມດຸນໃນການປ້ອງກັນ, ຕ້ານຢາເສບຕິດ, ເອົາໃຈໃສ່ເຂົ້າວຽກງານຫຼຸດຜ່ອນ ການສະໜອງ ແລະ ຄວາມຕ້ອງການຢາເສບຕິດ.

        ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ຫວຽດນາມພ້ອມກັບບັນດາປະເທດອາຊຽນໃຫ້ຄຳໝັ້ນສັນຍາຈະລົບລ້າງໄພຢາເສບຕິດແນໃສ່ເປົ້າໝາຍເພື່ອອາຊຽນປອດຢາເສບຕິດ, ໄດ້ຜັນຂະຫຍາຍຫຼາຍຂໍ້ລິເລີ່ມການຮ່ວມມືຢ່າງມີປະສິດທິຜົນ, ສະແດງໃຫ້ເຫັນຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈໃນວຽກງານປ້ອງກັນ, ຕ້ານຢາເສບຕິດ. ພ້ອມທັງ ຍູ້ແຮງການຮ່ວມມືສອງຝ່າຍ ກັບບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືໃນການປ້ອງກັນຕ້ານຢາເສບຕິດ. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ ຫວຽດນາມ ປາດຖະໜາວ່າ ບັນດາປະເທດ, ບັນດາອົງການຈັດຕັ້ງສາກົນຈະເອົາໃຈໃສ່ກ່ວາອີກ, ສືບຕໍ່ໜູນຊ່ວຍການຄວບຄຸມສະພາບການຢາເສບຕິດໃຫ້ເປັນຢ່າງດີ ແລະ ຖືນັ້ນແມ່ນວິທີການປ້ອງກັນ, ຕ້ານຢາເສບຕິດ.

ຕອບກັບ

ຂ່າວ/ບົດ​ອື່ນ