ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງໂອ້ລົມທາງໂທລະສັບກັບລັດຖະມົນຕີການຕ່າງປະເທດອາເມລິກາ

ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງໂອ້ລົມທາງໂທລະສັບກັບລັດຖະມົນຕີການຕ່າງປະເທດອາເມລິກາ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ​ງມີ​ງ


(vovworld)-ຕອນ​ເຊົ້າ​ວັນ​ທີ 21/5, ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ​ງມີ​ງ ​ໄດ້​​ໂອ້​ລົມ​ທາງ​ໂທລະສັບ​ກັບ​ລັດ​ຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ກ່ຽວ​ກັບ​ສະພາບ​ການ​ພົວພັນ​ສອງ​ຝ່າຍ ​ແລະ ບັນດາ​ການ​ຜັນ​ແປ່​ຫວ່າງ​ມໍ່​ໆ​ນີ້ ຢູ່ ທະ​ເລ​ຕາ​ເວັນ​ອອກ. ທີ່​ການ​ໂອ້​ລົມ​ສົນທະນາ, ທ່ານ​ຮອງນາຍົກລັດ​ຖະມົນຕີ ຟ້າ​ມບີ​ງມີ​ງ ​ແຈ້ງ​ໃຫ້​ຝ່າຍ ອາ​ເມ​ລິ​ກາ ຊາບ ກ່ຽວ​ກັບ​ການ​ຜັນ​ແປ່​ຫລ້າ​ສຸດ​ທີ່​ກ່ຽວ​ຂ້ອງ​ເຖິງ​ເລື່ອງ ຈີນ​ນຳ​ຮ້ານ​ເຈ​າະນ້ຳມັນ​ເຂົ້າ​ເຄື່ອນ​ໄຫວ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ​​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມີ​ງ ຢືນຢັນ​: ຫວຽດນາມ ລະງັບ​ໃຈ​ທີ່​ສຸດ, ຕັ້ງ​ໝັ້ນ​ເຈລະຈາ, ຫລີກ​ລ້ຽງ​​ເກີ​ດການ​ປະ​ທະ​ກັນ ພ້ອມ​ທັງ ​ເດັດດ່ຽວ​ຮຽກຮ້ອງ​ຝ່າຍ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ​ ​ແລະ ກຳ​ປັ່ນ​ອອກ​ຈາກ​ເຂດ​ດັ່ງກ່າວ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ຕີ​ລາຄາ​ສູງ​ຄວາມ​ລະງັບ​ໃຈ​ ​ແລະ ​ເຈດ​ຕະນາ​ດີ ຂອງ​ຫວຽດນາມ ສະ​ແດງ​ໃຫ້​ເຫັນ​ຜ່ານ​ການ​ນຳ​ໃຊ້​ມາດ​ຕະການ​ໂດ​ຍ​ສັນ​ຕີ ​ແລະ ການ​ເຈລະ​ຈາ, ບໍ່​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ​ປິ້ນຂັນ​ໄດ, ຜົນ​ສະທ້ອນ​ເຖິງ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ ​ແລະ ຢືນຢັນ​ຄືນ: ຫລັກ​ໝັ້ນ​ຂອງ ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງຢູ່​ທະ​ເລ​ຕາ​ເວັນ​ອອກ ​ໂດຍ​ສັນຕິ​ວິທີ, ບົນ​ພື້ນຖານ​ກົດໝາຍ​ສາກົນ, ​ໃນ​ນັ້ນ ມີ​ສົນທິ​ສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982.

 

 

 

 

ຂ່າວ/ບົດ​ອື່ນ