ທ່ານຮອງນາຍົກລັດຖະມົນຕີເວືອງດິ່ງເຫວ໋ໃຫ້ການຕ້ອນຮັບຮອງນາຍົກລັດຖະມົນຕີລາວ

ທ່ານຮອງນາຍົກລັດຖະມົນຕີເວືອງດິ່ງເຫວ໋ໃຫ້ການຕ້ອນຮັບຮອງນາຍົກລັດຖະມົນຕີລາວ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ​ ເວື​ອງດິ່ງ​ເຫວ໋ ຕ້ອນຮັບ​ຮອງ​ນາຍົກ
ລັດຖະມົນຕີ, ລັດຖະມົນຕີ​ການ​ເງິນ​ລາວ ສົມ​ດີ ດວງ​ດີ

(vovworld) - ວັນ​ທີ 4/8, ທີ່​ການຕ້ອນຮັບ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ເງິນ​ລາວ ສົມ​ດີ ດວງ​ດີ, ທ່ານ​ຮອງ​ນາຍົກລັດຖະມົນຕີ​ ເວື​ອງດິ່ງ​ເຫວ໋ ຕີ​ລາຄາ​ສູງ​ຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ການ​ເງິນ​ສອງ​ປະ​ເທດ​ໃນ​ໄລຍະ​ 2011-2015; ພ້ອມ​ທັງ​ຖື​ວ່າ​ຮູບ​ແບບ​ຮ່ວມ​ມື​ລະຫວ່າງ​ກະຊວງ​ການ​ເງິນ​ສອງ​ປະ​ເທດ​ແມ່ນ​ຮູບ​ແບບ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ​ກະຊວງ​ການ​ເງິນ​ສອງ​ປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ​ ເວື​ອງດິ່ງ​ເຫວ໋ ​ໃຫ້​ຮູ້​ຈະ​ຊີ້​ນຳ​ບັນດາ​ອົງການ​ກ່ຽວຂ້ອງ​ຂອງ ຫວຽດນາມ ກວດຄືນ​ບັນດາ​ໂຄງການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ ​ເພື່ອ​ຊຸກ​ຍູ້​ຄວາມ​ຄືບ​ໜ້າ​ໃນ​ການ​ປະຕິບັດ​ໄລຍະ​ຈະ​ມາ​ເຖິງ, ປະກອບສ່ວນ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ສອງ​ປະ​ເທດ. ນາຍົກລັດຖະມົນຕີທັງສອງ​ທ່ານ​ກໍ່​ຖື​ວ່າ, ຂໍ້​ຕົກລົງຮ່ວມ​ມື​ໃໝ່​ໄລຍະ 2016-2020, ລະຫວ່າງ​ສອງ​ປະ​ເທດ ຈະ​ແມ່ນ​ທິດ​ທາງ​ສຳຄັນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ​ຂະ​ແໜງ​ການ​ເງິນ​ຫວຽດນາມ - ລາວ​ໃນ​ໄລຍະ​ຈະ​ມາ​ເຖິງ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ ​ເພື່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ນັກ​ຊ່ຽວຊານ, ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ການ​ຮັກສາ​ເສດຖະກິດ​ມະຫາ​ພາກ​, ໃຫ້​ມີ​ສະຖຽນ​ລະ​ພາບ ​ແລະ ປ່ຽນ​ນະ​ໂຍບາຍ​ປີການ​ເງິນ, ພິ​ເສດ​ແມ່ນ​ບົດຮຽນ​ໃນ​ການ​ຄຸ້ມ​ຄອງ​ລາຍ​ຮັບ​ລາຍ​ຈ່າຍ​ງົບປະມານ ​​ແລະ ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ໜີ້​ສາທາລະນະ; ກໍ່ສ້າງ​ກອບ​ກົດໝາຍ, ລະບອບ, ນະ​ໂຍບາຍ​ການ​ເງິນ, ການ​ຮ່ວມ​ມື ​ແລະ ການ​ບຳລຸງ​ສ້າງ, ບຳລຸງ​ພະນັກງານ​ຂະ​ແໜງ​ການ​ເງິນ.

ຂ່າວ/ບົດ​ອື່ນ