ທ່ານຮອງປະທານາທິບໍດີ ອັງໂກລາ ສິ້ນສຸດການຢ້ຽມຢາມ ຫວຽດນາມ

ທ່ານຮອງປະທານາທິບໍດີ ອັງໂກລາ ສິ້ນສຸດການຢ້ຽມຢາມ ຫວຽດນາມ - ảnh 1
ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ແລະ ທ່ານຮອງປະທານາທິບໍດີ Fenando Dias Dos Santos ເຂົ້າຮ່ວມເວທີປາໄສລະຫວ່າງ ຫວຽດນາມ - ອັງໂກລາ
(ພາບ: vnn.vn)

( vovworld ) - ຕອນ​ບ່າຍ​ວັນ​ທີ 16/2, ທ່ານຮອງ​ປະທານາທິບໍດີ ອັງ​ໂກລາ Fernado Dias Dos Santos ​ໄດ້​ເດີ​ນທາງ​ອອກ​ຈາກ​ນະຄອນຫຼວງ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ ຫວຽດນາມ ​​ເປັນ​ທາງ​ການໃນ​ເວລາ 4 ວັນ​.
ກ່ອນ​ໜ້າ​ນັ້ນ, ​ຕອນ​ເຊົ້າ​ວັນ​ທີ 16/2, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ສົມທົບ​ກັບ​ສະຖານທູດ​ Angola ປະຈຳ​ຫວຽດນາມ ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ຫວຽດນາມ - Angola ດ້ວຍ​ຫົວ​ຂໍ້​ວ່າ: “ຄູ່​ຮ່ວມ​ມື​ໃໝ່​​ເພື່ອການ​ພັດທະນາ” ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ຮອງ​ ປະທານາທິບໍດີ Angola Fenando Dias Dos Santos. ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ຊີ້​ແຈງ​ວ່າ: ຫວຽດນາມ​ພວມ​ສ້າງ​ທຸກ​ເງື່ອນ​ໄຂ​ອຳນວຍ​ຄວາມສະດວກ​​ເພື່ອໃຫ້​​ບັນດາ​ວິ​ສາ​ ຫະກິດ​ຕ່າງປະ​ເທດ​ລົງທຶນ, ຮ່ວມ​ມື​. ​ເລື່ອງ​ບັນດາ​ວິ​ສາ​ຫະກິດ Angola ມາ​ຊອກ​ຮູ້, ຮ່ວມ​ມື​ລົງທຶນ​ເຂົ້າ​ຫວຽດນາມ​ຈະ​ປະກອບສ່ວນ​ຊຸກຍູ້​ສາຍ​ພົວພັນ​ອັນ​ດີງາມ​ລະ ​ຫວ່າງ 2 ປະ​ເທດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ເວົ້າ​ວ່າ:

“ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ຫວຽດນາມ ​ແລະ Angola ​ໃນ​ໄລຍະ​ຜ່ານ​ມາ​ແມ່ນ​ດີງາມ​ທີ່​ສຸດ, ອາດ​ເວົ້າ​ໄດ້​ວ່າ: ຄວາມ​ສາມາດ​ບົ່ມ​ຊ້ອນ​​ໃນການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ​​ແມ່ນຍັງ​ຫຼາຍຢູ່, ພວກ​ເຮົາ​ຄວນ​ເປີດ​ກ້ວາງ​ການ​ລົງທຶນ​, ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ຄື: ກໍ່​ສ້າງ, ​ໂທລະ​ຄົມມະນາຄົມ, ຂຸດ​ຄົ້ນ​ບໍ່​ແຮ່, ສູ້​ຊົນ​ນຳ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ 2 ປະ​ເທດ​​ໃຫ້ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ມີປະ​ສິດທິ​ຜົນ ​ແລະ ​ແທດ​ຈິງ,  ​ເໝາະ​ສົມ​ກັບ​ສາຍ​ພົວພັນ​ທາງ​ການ​ເມືອງ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດໃນ​ ໄລຍະ​ຜ່ານ​ມາ”

ໃນ​ຂອບ​ເຂດ​ເວທີ​ປາ​ໄສ, ຕອນ​ເຊົ້າ​ວັນ​ທີ 16/2, ​ໄດ້​ຈັດ​ພິທີ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ລະຫວ່າງ​ສອງ​ປະ​ເທດ ກ່ຽວ​ກັບ​ສັນຍາ​ກໍ່ສ້າງ​ເຮືອນ​ຢູ່ໃຫ້​ແກ່ທະຫານ ​ແລະ ປະຊາຊົນ ອັງ​ໂກລາ ທີ່​ມີ​ມູນ​ຄ່າ 3 ຕຶ້ USD.

ຂ່າວກ່ຽວຂ້ອງ
ຂ່າວ/ບົດ​ອື່ນ