ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ຫວຽດ​ນ​າມ ຫງວຽນ​ຝູ​ຈ້ອງ ສົ່ງ​ສານອວຍ​ພອນ​ວັນ​ຊາດ ໄທ

(VOVWORLD) -ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງສານອວຍພອນມາຍັງ ກະສັດ ມະຫາ ວະຈິຣາລົງກອນ ພຣະ ວະຈິຣາພະເຈົ້າຢູ່ຫົວ.

        ເນື່ອງໃນໂອກາດວັນຊາດ ລາຊະອານາຈັກ ໄທ (05 ທັນ 2020), ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງສານອວຍພອນມາຍັງ ກະສັດ ມະຫາ ວະຈິຣາລົງກອນ ພຣະ ວະຈິຣາພະເຈົ້າຢູ່ຫົວ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງສານອວຍພອນມາຍັງທ່ານນາຍົກລັດຖະມົນຕີ ໄທ ປະຣາຢຸດ ຈັນໂອຊາ. ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ກໍໄດ້ສົ່ງສານອວຍພອນມາຍັງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄທ ດອນ ປະມຸດວິໄນ ເຊັ່ນດຽວກັນ.


ຕອບກັບ

ຂ່າວ/ບົດ​ອື່ນ