ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ ມອບ​ຂໍ້​ຕົກ​ລົງ​ແຕ່ງ​ຕັ້ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວ​ຽດ​ນາມ ປະ​ຈຳ ສ​ປ​ຊ ແລະ ປະ​ເທດ​ຕ່າງໆ

(VOVWORLD) - ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ປາດຖະໜາວ່າ ບັນດາທ່ານເອກອັກຄະລັດຖະທູດໄດ້ຮັບການແຕ່ງຕັ້ງ ຈະສືບຕໍ່ເສີມຂະຫຍາຍບົດຮຽນປະສົບການ, ສາມັກຄີ, ປະຕິບັດໜ້າທີ່ສຳເລັດ...
ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ ມອບ​ຂໍ້​ຕົກ​ລົງ​ແຕ່ງ​ຕັ້ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວ​ຽດ​ນາມ ປະ​ຈຳ ສ​ປ​ຊ ແລະ ປະ​ເທດ​ຕ່າງໆ - ảnh 1

(ພາບ: TTXVN)

   ຕອນບ່າຍວັນທີ 18 ຕຸລາ, ຢູ່ທຳນຽບປະເທດປະເທດທີ່ ຮ່າໂນ້ຍ,  ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປຊ ແລະ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ກຳປູເຈຍ, ສິງກະໂປ ແລະ ຢູແກຼນ, ອາຍຸການ 2024 – 2027.

   ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ປາດຖະໜາວ່າ ບັນດາທ່ານເອກອັກຄະລັດຖະທູດໄດ້ຮັບການແຕ່ງຕັ້ງ ຈະສືບຕໍ່ເສີມຂະຫຍາຍບົດຮຽນປະສົບການ, ສາມັກຄີ, ປະຕິບັດໜ້າທີ່ສຳເລັດ, ຮັກສາຜົນປະໂຫຍດຂອງຊາດ, ປຊຊ, ວິສາຫະກິດ, ເອົາໃຈໃສ່ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ກໍ່ຄືພະນັກງານ, ນັກທຸລະກິດ, ນັກຮຽນ…

ຕອບກັບ

ຂ່າວ/ບົດ​ອື່ນ