ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮຽກ​ຮ້ອງ​ໃຫ້ ການ​ນຳ​ກອງ​ທັບ ຊູ​ດັງ ຟື້ນ​ຟູ​ລະ​ບຽບລັດຖະທຳມະນູນ

(VOVWORLD) -ທ່ານເລຂາທິການໃຫຍ່ ສປຊ ໄດ້ຍ້ອງຍໍຊົມເຊີຍ ບັນດາຄວາມຄືບໜ້າໃນຄວາມມານະພະຍາຍາມ ເພື່ອແນໃສ່ແກ້ໄຂວິກິດການດ້ານການເມືອງ ຢູ່ ຊູດັງ ແລະ ຄວາມມານະພະຍາຍາມ ເພື່ອແນໃສ່ມຸ່ງໄປເຖິງການຟື້ນຟູ ລະບຽບລັດຖະທຳມະນູນໂດຍດ່ວນ ກໍ່ຄືວິວັດທະນາການຂ້າມຜ່ານຢູ່ ສ.ຊູດັງ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮຽກ​ຮ້ອງ​ໃຫ້ ການ​ນຳ​ກອງ​ທັບ ຊູ​ດັງ ຟື້ນ​ຟູ​ລະ​ບຽບລັດຖະທຳມະນູນ - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: TTXVN)

ຫວ່າງມໍ່ໆມານີ້, ໃນການເຈລະຈາທາງໂທລະສັບ ກັບທ່ານພົນຕີ Abdel Fattah al- Burhan, ຜູ້ບັນຊາການກຳລັງປະກອບອາວຸດ ຊູດັງ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງ ຈົ່ງຟື້ນຟູລະບຽບລັດຖະທຳມະນູນ ແລະ ສືບຕໍ່ວິວັດທະນາການຂ້າມຜ່ານຢູ່ ປະເທດນີ້.

ແຈ້ງການຂອງ ສປຊ ໄດ້ເຜີຍແຜ່ໃນວັນທີ 4 ພະຈິກ ໃຫ້ຮູ້ວ່າ ທ່ານເລຂາທິການໃຫຍ່ ສປຊ ໄດ້ຍ້ອງຍໍຊົມເຊີຍ ບັນດາຄວາມຄືບໜ້າໃນຄວາມມານະພະຍາຍາມ ເພື່ອແນໃສ່ແກ້ໄຂວິກິດການດ້ານການເມືອງ ຢູ່ ຊູດັງ ແລະ ຄວາມມານະພະຍາຍາມ ເພື່ອແນໃສ່ມຸ່ງໄປເຖິງການຟື້ນຟູ ລະບຽບລັດຖະທຳມະນູນໂດຍດ່ວນ ກໍ່ຄືວິວັດທະນາການຂ້າມຜ່ານຢູ່ ສ.ຊູດັງ.

ທ່ານເລຂາທິການໃຫຍ່ ສປຊ Antonio Guterres ກໍ່ຢັ້ງຢຶນວ່າ ສປຊ ຈະສືບຕໍ່ຄຽງບ່າຄຽງໄຫລ່ ກັບຊາວຊູດັງ ເມື່ອ ເຂົາເຈົ້າພະຍາຍາມ ເຮັດທຸກສິ່ງທຸກຢ່າງ ເພື່ອຫັນຄວາມມຸ່ງຫວັງກ່ຽວກັບອະນາຄົດແຫ່ງສັນຕິພາບ, ວັດທະນາຖາວອນ ແລະ ປະຊາທິປະໄຕ ໃຫ້ປະກົດຜົນເປັນຈິງ.


ຕອບກັບ

ຂ່າວ/ບົດ​ອື່ນ