ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ອຽນບ໋າຍ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ອຽນບ໋າຍ - ảnh 1
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຮັດວຽກ ຢູ່ແຂວງ ອຽນບ໋າຍ
(ພາບ: nguyenphutrong.net)

(vovworld) – ໃນລະຫວ່າງວັນທີ 4 – 5/1, ທ່ານເລຂາທິການໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ອຽນບ໋າຍ. ຕອນເຊົ້າວັນທີ 5/1, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຮັດວຽກກັບຄະນະປະຈຳພັກ​ແຂວງ ແລະ ພະນັກງານຂອງແຂວງ ອຽນບ໋າຍ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ສະເໜີໃຫ້ແຂວງສືບຕໍ່ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ແລະ ບັນດາມະຕິຂອງສູນກາງ, ເສີມຂະຫຍາຍປະສິດທິຜົນບັນດາຄວາມສາມາດບົ່ມຊ້ອນ ແລະ ທ່າແຮງ ພິເສດແມ່ນກ່ຽວກັບການຄຸ້ມຄອງ, ນຳໃຊ້, ຂຸດຄົ້ນຊັບພະຍາກອນ, ປ່າ, ທີ່ດິນ, ຮັກສາສິ່ງແວດລ້ອມ, ເບິ່ງແຍງດູແລການດຳລົງຊີວິດຂອງປະຊາຊົນຢູ່ເຂດພູສູງ, ເຂດຊົນເຜ່ົາສ່ວນໜ້ອຍທີ່ຍັງປະສົບກັບຄວາມຫຍຸ້ງຍາກ, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກແບບຍືນຍົງເທື່ອລະກ້າວ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກໍໄດ້ຮຽກຮ້ອງໃຫ້ອົງຄະນະພັກແຂວງ ອຽນບ໋າຍ ປະຕິບັດວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງເປັນຢ່າງດີ.

        ກ່ອນໜ້ານັ້ນ, ທີ່ການເຮັດວຽກຢູ່ສຳນັກງານຕາແສງ ຈາມເຕົ໋າ (Tram Tau), ​ເມືອງ ຈາມ​ເຕົ໋າ, ທ່າ​ນ ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ໄດ້​ຊົມ​ເຊີຍ ​ແລະ ຕີ​ລາ​ຄາ​ສູງບັນດາ​ຄວາມ​ມານະ​ພະຍາຍາມ​ຂ​ອງພະນັກງານ ​ແລະ ປະຊາຊົນ​ບັນດາ​ເຜົ່າ ​ເມືອງ ຈາມ​ເຕົ໋າ ​ໃນ​ການ​ຫຼຸດ​ພົ້ນອອກ​ຈາກ​ຄວາມ​ທຸກຍາກ, ສ້າງ​ຊີວິດ​ການ​ເປັນ​ຢູ່, ລົບ​ລ້າງ​ບັນດາ​ຮີດຄອງ​ປະ​ເພນີ​ທີ່​ລ້າ​ຫຼັງ ​ເທື່ອ​ລະ​ກ້າວ. ນີ້​ແມ່ນ​ປັດ​ໄຈ​ຕັດສິນ ​ເພື່ອ​ເສີມ​ຂະຫຍາຍປະສິດທິພາບ​ແຫຼ່ງ​ເງິ​ນລົງທຶນ​ຂອງ​ລັດຖະບານ​ ຢ່າງ​ມີ​ປະສິດທິ​ຜົນ​ຂອງ​ແຂວງ ອຽນ​ບ໋າ​ຍ. ທ່ານ​ກ່າວ​ວ່າ:

“ທຶນ​ຈາກ​ລັດ ​ເຖິງ​ວ່າ​ລົງທຶນ​ຫຼາຍ​ຄື​ແນ​ວ​ໃດ ​ແຕ່​ວ່າ​ຖ້າ​ຫາກ​ມີແຫຼ່ງກຳ​ລັງ​ຕົວ​ຈິງ​ຢູ່​ກັບ​ທີ່, ​ແຫຼ່ງທຶນ​ຂອງ​ລັດ ຈະ​ໜູນ​ຊ່ວຍຕື່ມ​ອີກ​ຫຼາຍຢ່າງ. ສິ່ງ​ທີ່​ເປັນ​ພື້ນຖານ​ທີ່​ສຸດ​ແມ່ນ​ຕົນ​ເອງ​ຕ້ອງ​ພັດທະນາ. ພັດທະນາ​ດ້ວຍ​ກຳລັງ​ຂອງ​ຕົນ, ດ້ວຍ​ລະດັບຄວາມ​ຮູ້​ຂອງ​ຕົນ, ດ້ວຍ​ການຈັດ​ຕັ້ງ​ການ​ຜະລິດ​ຂອງ​ຕົນ. ປະຊາຊົນ​ບັນດາ​ເຜົ່າ​ຂອງ​ແຂວງ ຍາມ​ໃດ​ກໍ່​ເປັນ​ຫ່ວງ​ໄຍ, ຊອກ​ຫາ, ບໍ່​ຍອມ​ທຸກ​ຍາກ ​ແລະ ​ໄດ້ຊອກ​ຫາທຸກໆ​ວິທີ​ເພື່ອ​ຫຼຸດ​ຜົ້ນອອກ​ຈາກ​ຄວາມທຸກ​ຍາກ​ແມ່ນ​ສິ່ງ​ດີ​ຫຼາຍ.”

ຂ່າວ/ບົດ​ອື່ນ