ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມຫງວຽນຟູຈ້ອງ:ສືບຕໍ່ຍູ້ແຮງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ

(VOVWORLD) - ປີ 2020 ໃກ້ຈະໝົດແລ້ວ, ສຳລັບ ບາງຄະດີ, ບາງເຫດການທີ່ຢູ່ໃນແຜນການ ຕ້ອງສຸມໃສ່ແກ້ໄຂ, ຍົກອອກມາພິພາກສາໂດຍໄວ.

ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມຫງວຽນຟູຈ້ອງ:ສືບຕໍ່ຍູ້ແຮງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ - ảnh 1 ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ກ່າວຄຳເຫັນທີ່ການປະຊຸມ

ພາບ:vietnam+

ຕອນເຊົ້າວັນທີ 25 ພະຈິກ ຢູ່ ຮ່າໂນ້ຍ,   ຄະນະຊີ້ນຳສູນກາງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ໄດ້ຈັດການປະຊຸມ ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ຫົວຫນ້າຄະນະຊີ້ນຳ.

ທີ່ການປະຊຸມ ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ຕີລາຄາສູງບັນດາໝາກຜົນຊື່ງ ຄະນະຊີ້ນຳບັນລຸໄດ້ໃນໄລຍະຜ່ານມາ ເປັນການປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ຕໍ່ກັບພັກ, ລັດ. ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ຮຽກຮ້ອງວ່າ: ປີ 2020 ໃກ້ຈະໝົດແລ້ວ, ສຳລັບ ບາງຄະດີ, ບາງເຫດການທີ່ຢູ່ໃນແຜນການ ຕ້ອງສຸມໃສ່ແກ້ໄຂ, ຍົກອອກມາພິພາກສາໂດຍໄວ.

ກ່ຽວກັບຫນ້າທີ່ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ແລະຄະນະປະຈຳການຄະນະຊີ້ນຳ ສະເຫນີໃຫ້ທຸກຂັ້ນ ທຸກຂະແຫນງການ ພ້ອມກັບເລື່ອງເອົາໃຈໃສ່ການຊີ້ນຳນຳພາໃນການປ້ອງກັນ ຕ້ານໂລກລະບາດໂຄວິດ 19 ແລະ ພັດທະນາເສດຖະກິດ ສັງຄົມ, ຄວນສືບຕໍ່ຊີ້ນຳ ຍູ້ແຮງວຽກງານປ້ອງກັນ ຕ້ານການສໍ້ລາດບັງຫລວງ, ເຮັດສຳເລັດຕາມຄວາມຄືບຫນ້າໃນການສືບສວນສອບສວນ, ກ່າວຟ້ອງ,  ພິພາກສາ …. ແກ້ໄຂບັນດາຄະດີກໍລະນີສໍ້ລາດບັງຫລວງ, ເສດຖະກິດ ຕາມແຜນການວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ