ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງພົບປະກັບຜູ້ມີສິດເລືອກຕັ້ງ,ຂົນຂວາຍເລືອກຕັ້ງຢູ່ຮ່າໂນ້ຍ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງພົບປະກັບຜູ້ມີສິດເລືອກຕັ້ງ,ຂົນຂວາຍເລືອກຕັ້ງຢູ່ຮ່າໂນ້ຍ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ
​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ບັນ​ດາ​ເມືອງຮ່​ວານ​ກຽມ
(ພາບ: TTXVN)

(vovworld) - ​​ໃນ​ລະ​ຫວ່າງວັນ​ທີ 06 – 07/05, ບັນ​ດາ​ຜູ້​ສະ​ໝັກ​ຮັບ​ເລື​ອກ​ຕ​ັ້ງ​ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາ​ດ​ຊຸດ​ທີ 14, ຫົວ​ໜ່ວຍ​ເລືອກ​ຕັ້ງ​ເລກ 1 ນະ​ຄອນ​ຮ່າ​ໂນ້ຍ, ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ບັນ​ດາ​ເມືອງ ບາ​ດິ່ງ, ຮ່​ວານ​ກຽມ, ໄຕ​ໂຮ່, ເພື່ອ​​ລາຍ​ງານ​ລາຍການ​ເຄື່ອນ​ໄຫວ, ​ຂົນ​ຂວາຍເລື​ອກ​ຕັ້ງ​ຕາມ​ຂໍ້​ກ​ຳ​ນົດຂອງກົດ​ໝາຍ. ​ຕາງ​ໜ້າ​ໃຫ້​ບັນ​ດາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຫົວໜ່ວຍ​ເລກ 1 ນະ​ຄອນ​ຮ່​າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ເນັ້ນ​ໜັ​ກວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພັກ, ລັດ​ຖະ​ບານ ​ສຸມ​ໃສ່​ 3 ຂົງ​ເຂດ​ຕົ້ນ​ຕໍ່ນັ້ນ​ແ​ມ່​ນ: ນຳ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ​ສືບ​ຕໍ່​ພັດ​ທະ​ນາ​ແບບ​ຍືນ​ຍົງ, ແກ​້​ໄຂ​ໜີ​້ສາ​ທາ​ລະ​ນະ​, ໜີ້​ເສຍ ແລະ ​ສິ່ງ​ທີ່ອ່ອນ​ດ້ອຍ, ຍັງ​ຄົງ​ຂ້າງໃຫ​້​ໄດ້, ສ້າງ​ສັງ​ຄົມ​ໃຫ້​ປອດ​ໄສ; ສຸມ​ໃສ່​ກ​ານກໍ່​ສ້າ​ງ​ພັກ ແລະ ລະ​ບົບ​ການ​ເມືອງ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ, ສະ​ພາບເສື່ອມ​ທາດ​ເສຍ​ຄຸ​ນ, ເຮັດ​ໃຫ້​ກົງ​ຈັກ​ລັດ​ປອດ​ໄ​ສ, ໝັ້ນ​ຄົງເຄັ້ມ​ແຂງ. ພ້ອມ​ທັງ​ຕ້ອງ​ສືບ​ຕໍ່​ຮັກ​ສາ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ, ກໍ​ຄື​​ຮັກ​ສາສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ. ເພື່​ອ​ປະ​ຕ​ິ​ບັດ​ສິ່ງ​ດັ່ງ​ກ່າວ​​ໃຫ້​ດີ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຕ່​ລະ​ຄົນ ຕ້ອງ​ໃກ້​ຊິດ​ຕິດ​​ແທດກັບ​ປະ​ຊາ​ຊົນ, ຮັບ​ຟັງ​ປະ​ຊາ​ຊົນ, ຮັກ​ສາ​ການ​ພົວ​ພັນ​ທີ່​ສະ​ໜິດ​​ສະ​ໜົມກັບ​ປະ​ຊາ​ຊົນ.

        ທີ່​ການ​ພົບ​ປະ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ຂອບ​ໃຈ ແລະ ຮັບ​ເອົາ​ບັນ​ດາ​ຄຳ​ເຫັນ​ປະ​ກອບ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ພ້ອ​ມ​ທັງ​ໃຫ້​ຮູ​້​ວ່າ, ຜ່ານ​ບັນ​ດາ​ຄຳ​ເຫັນ​ປະ​ກອບ​ຢ່າງ​ສຸດ​ຈິດ​ສຸດ​ໃຈ, ມີ​ຄວາ​ມ​ຮັບ​ຜິດ​ຊອບ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ແຕ່​ລະ​ຄົນ ຈະ​ສືບ​ຕໍ່​ເພີ່ມ​ເຕີມ, ​ປັບ​ປຸງລາຍ​ການ​ເຄື່ອນ​ໄຫວ​ຂອງ​ຕົນ ເພື່ອ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ຫຼາຍ​ທີ່​ສຸດ​ໃຫ້​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ.

ຂ່າວ/ບົດ​ອື່ນ