ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງພົບປະເຈລະຈາກັບເລຂາທິການໃຫຍ່ສປຊ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງພົບປະເຈລະຈາກັບເລຂາທິການໃຫຍ່ສປຊ - ảnh 1
(ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ
ພົບປະເຈລະຈາກັບເລຂາທິການໃຫຍ່ສປຊ)


​​(vovworld) - ​ໂດຍ​ສືບ​ຕໍ່​ບັນດາ​ກາ​ນ​ເຄື່ອນ​ໄຫວ​ຢູ່​ນະຄອນ​ນິວຢອກ, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ, ວັນ​ທີ 10/07, ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິການ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ໄດ​້​ໄປ​ຢ້ຽມຢາມ​ສຳນັກງານ​ສະຫະ​ປະຊາ​ຊາດ ​ແລະ ພົບ​ປະ​ເຈລະຈາ​ກັບ​ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki moon.

      ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​​ຟຸຈ້ອງ ​ໄດ້​ສະ​ແດງ​ຄວາມຂອບ​ອົກ​ຂອບ​ໃຈ​ຕໍ່ການ​ພົວພັນ​ຮ່ວມ​ມື, ການໜູນ​ຊ່ວຍ​ອັນ​ລ້ຳຄ່າ ​ເຊິ່ງສະຫະ​ປະຊາ​ຊາດ ​ແລະ ທ່ານ​ເລຂາທິການ​ໃຫຍ່ Ban Ki moon ​ເອງໄດ້​ສະ​ຫງວນ​ໃຫ້​ແກ່​ຫວຽດນາມໃນ​ຫຼາຍ​ປີຜ່ານມາ, ​ໂດຍ​ສະ​ເພາະ​ແມ່ນ​ເລື່ອງ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟຸຈ້ອງ ຢືນຢັນ​ວ່າ, ຫວຽດນາມ ​ແມ່ນ​ສະມາຊິກ​ມີຄວາມຮັບຜິດຊອບ​ຂອງ​ປະຊາ​ຄົມ​ສາກົນ, ຍາມ​ໃດ​ກໍ່​ສະໜັບສະໜູນ ​ແລະ ຮ່ວມ​ມື​ກັບ​ສະຫະ​ປະຊາ​ຊາດ ​ເພື່ອ​ໂລກ​ແຫ່ງ​ສັນຕິພາບ ​ແລະ ພັດທະນາ​​ແບບ​ຍືນ​ຍົງ​ໃຫ້​ທຸກໆ​ຄົນ. ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟຸຈ້ອງ ​ໃຫ້​ຮູ້​ວ່າ, ຫວຽດນາມ ຖື​ເປັນ​ສຳຄັນ​ບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ຈະ​ສືບ​ຕໍ່​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ໄລຍະ​ຈະ​ມາ​ເຖິງ. ພ້ອມ​ທັງ​ປາດ​ຖະໜາ​ວ່າ, ສະຫະ​ປະຊາ​ຊາດ ​ແລະ ທ່ານ Ban Ki moon ​ເອງ ຈະ​ສືບ​ຕໍ່​ຊ່ວຍ​​ເຫຼືອ​ຫວຽດນາມ ຮັກສາ​ບັນດາ​ຜົນງານ​​ໃນ​ການ​ປະຕິບັດ​ຄາດໝາຍ​ສະຫັດ​ສະ​ວັດ​ໃຫ້​ໄດ້ ​ແລະ ປະຕິບັດ​ບັນດາ​ໂຄງການ, ຈຸດ​ໝາຍ​ອື່ນໆຂອງ​ສະຫະ​ປະຊາ​ຊາດ​ໃຫ້​ເປັນ​ຢ່າງ​ດີ.

      ​ທີ່​ກາ​ນພົບ​ປະ, ທ່ານ​ເລຂາທິການ​ໃຫຍ່ Ban Ki moon ​ແລະ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ແລກປ່ຽນ​ບາງ​ບັນ​ຫາ​ສາກົນ ​ແລະ ພາກ​ພື້ນ. ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ Ban Ki moon ປາດ​ຖະໜາ​ວ່າ ບັນດາ​ຝ່າ​ຍທີ່​ກ່ຽວຂ້ອງ​ຕ້ອງເຈລະຈາ​ນຳກັນ, ແກ້​ໄຂ​ບັນດາ​ຄວາມຂັດ​ແຍ້​ງກັນ​ໂດຍ​ສັນຕິ​ວິທີ, ​ແທດ​ເໝາະ​ກັບ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ກົດ​ໝາຍສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ຂອງ​ສະຫະ​ປະຊາດ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ທ່ານ Ban Ki moon ຢືນຢັນ, ຈະ​ສືບ​ຕໍ່​ກະ​ຕຸກ​ຊຸກຍູ້​ບັນດາ​ຝ່າຍທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ​ການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ນີ້.

ຂ່າວກ່ຽວຂ້ອງ
ຂ່າວ/ບົດ​ອື່ນ