ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢ້ຽມຢາມຄອບຄົວອະດີດປະທານາທິບໍດີBill Clinton

ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢ້ຽມຢາມຄອບຄົວອະດີດປະທານາທິບໍດີBill Clinton - ảnh 1
(ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ
ຢ້ຽມຢາມຄອບຄົວອະດີດປະທານາທິບໍດີ Bill Clinton)


(vovworld) – ຕອນ​ເຊົ້າ​ວັນ​ທີ 11/7, ​ເມື່ອ​ມາ​ຢ້ຽມຢາມຄອບຄົວ​ອະດີດ​ປະທານາທິບໍດີອາ​ເມ​ລິ​ກາ Bill Clinton, ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ຂອບ​ອົກ​ຂອບໃຈ​ອາລົມ​ຈິດ ​ແລະ ການ​ປະກອບສ່ວນ​ສຳຄັນ​ຕ່າງໆ​ຂອງ ອະດີດ​ປະທານາທິບໍດີ Bill Clinton ​ແລະ ພັນ​ລະ​ຍາ ທີ່​ມີ​ຕໍ່​ການ​ພັດທະນາ​ການ​ພົວພັນ​ທຸກ​ດ້ານ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ​ໃນ 20 ປີຜ່ານມາ. ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢືນຢັນ​ວ່າ, ຍາມ​ໃດ​ຫຽດນາມ​ກໍ່​ຖືອະດີດ​ປະທານາທິບໍດີ Bill Clinton ​ແລະ ພັນ​ລະ​ຍາ​ແມ່ນ​ບັນດາ​ເພື່ອນ​ຜູ້​ສະໜິດສະໜົມ​ຂອງ​ຊາວ​ຫວຽດນາມ. ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ອວຍພອນ ​ແລະ ຕີ​ລາຄາ​ສູງ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ທຶນ Clinton ຢູ່​ຫວຽດນາມ ​ໃນ 10 ປີຜ່ານມາ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ສົ່ງ​ເສີມ ​ແລະ ປິ່ນປົວ HIV/AIDS, ພະຍາດ​ໄຂ້ຍຸງ ​ແລະ ບັນດາ​ພະຍາດ​ຕິດ​ແປ​ດອື່ນໆ, ທ່ານ​ຢືນຢັນ​ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ເພື່ອ​ໃຫ້​ກອງ​ທຶນ​ສືບ​ຕໍ່​ເຄື່ອນ​ໄຫວ, ຜ່ານ​ນັ້ນ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ ​ແລະ ປະຊາຊົນ​ສອງ​ປະ​ເທດ.

​        ໃນ​ວັນ​ດຽວ​ກັນ, ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ພົບ​ປະ ​ແລະ ​ໂອ້​ລົມ​ກັບ​ພະນັກງານ, ພາລະ​ກອນ​ຄະນະ​ຜູ້ຕາງໜ້າ​ຫວຽດນາມປະຈຳສະຫະ​ປະຊາ​ຊາດ.

ຂ່າວກ່ຽວຂ້ອງ
ຂ່າວ/ບົດ​ອື່ນ