ສືມວນຊົນເອີລົບຕີລາຄາຄວາມໝາຍການຢ້ຽມຢາມອາເມລິກາຂອງທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ

ສືມວນຊົນເອີລົບຕີລາຄາຄວາມໝາຍການຢ້ຽມຢາມອາເມລິກາຂອງທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ - ảnh 1
(ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະ
ທ່ານປະທານາທິບໍດີ Barack Obama)


​​(vovworld) - ຂ່າ​ວສານ​ເອີ​ລົບ “Euro Presse Image”, ວັນ​ທີ 10/07, ​ໄດ້​ລົງ​ບົດ​ວິຈານ​ກ່ຽວ​ກັບ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ ຂອງ​ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິການ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ. ບົດ​ຂຽນ​ໄດ້​ເນັ້ນ​ໜັກ​ວ່າ ການ​ຢ້ຽມຢາມ​ຖືກ​ດຳ​ເນີນ​ໄປ​ກົງ​ກັບ​ໂອກາດ 2 ປະ​ເທດສະ​ເຫຼີມສະຫຼອງ 20 ປີ​ແຫ່ງ​ວັນສ້າງ​ການ​ພົວພັນ​ເປັນ​ປົກກະຕິ, 40 ປີ​ແຫ່ງ​ວັນ​ສິ້ນ​ສຸດ​ສົງຄາມ ​ແລະ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ການ​ຢ້ຽມຢາມ​​ມີ​ຄວາມ​ໝານ​ເປັນສັນຍາ​ລັັກ​ພິ​ເສດ, ຍ້ອນ​ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ການນຳ​​ພັກ​ກອມ​ມູນິດ​ຫວຽດນາມ ​ໄປ​ຢ້ຽມຢາມ​ສະຫະລັດ​ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ.

      ​ບົດ​ໜັງ​ສື່​ພິມ​ໄດ້ຄັດ​ຄຳ​ເວົ້າ​ຂອງ​ສາມ​ສະ​ດາ​ຈານ Jonathan London, ສັງກັດ​ມະຫາວິທະຍາ​ໄລ​ຮົ່ງກົງ (ຈີນ) ​ໄດ້​ລົງ​ພິມ​ໃນ​ໜັງ​ສື່​ພິມ Wall Street Journal ​​ໄດ​ຍ​ເວົ້າ​ວ່າ​​ເຫ​ດການ​ ການນຳ​​ພັກ​ກອມ​ມູນິດ​ຫວຽດນາມ ​ໄປ​ອາ​ເມ​ລິ​ກາ ​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດນາມ ພວມ​ປະຕິບັດ​ນະ​ໂຍບາຍ​ສ້າງ​ຄວາມດຸ​ງດຽງ​ດ້ານ​ຍຸດ​ທະ​ສາດ​. ການ​ຢ້ຽມຢາມ ບໍ່​ພຽງ​ແຕ່​ນອນ​ໃນ​ບັນຫາ​ຍຸດ​ທະ​ສາດ​ເທົ່າ​ນັ້ນ, ຫາກ​ທັງມີ​ເນື້ອ​ໃນ​ການ​ຄ້າ​ສຳຄັນ​ອີກ​ດ້ວຍ. ນັ້ນ​ແມ່ນ​ເລື່ອ​ງຫວຽດນາມ ນອນ​ໃນ​ຈຳນວນ 12 ປະ​ເທດ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ, ​ໂດຍ​ອະ​ເມ​ລິ​ກາ​​ເປັນ​ຜູ້​ລິດ​​ເລີ່​ມທີ່ມີ​ຄວາ​ມໝາຍ​ສຳຄັນ​ພິ​ເສດ​ໃນ​ສະພາບ​ທີ່​ຈີນ ພວມ​ເພີ່ມ​ທະວີ​​ກຳລັງ​ແຮງນັບທັງທາງ​ດ້ານ​ເສດຖະກິດ ​ແລະ ບົດບາດ​ຍຸດ​ທະ​ສາດ​ຢູ່​ອາຊີ​ - ​ປາຊີ​ຟິກ. ກ່ອນ​ໜ້າ​ນັ້ນ, ສື່ຂ່າວ​​ອິນ​ເຕີ​ແມັດ “7sur7.be” ກໍ່​ລົງ​ບົດ​ຂຽນ​ກ່ຽວ​ກັບ​ການ​ພົບ​ປະລະ​ຫວ່າງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ແລະ ສະມາຊິກ​ສະພາ​ສູງ​ອາ​ເມ​ລິ​ກາ John McCain, ​​ແມ່ນ​ຜູ້​ເຄີຍ​ເປັນ​ອະດີດ​ນັກ​​ໂທດ​ອາ​ເມ​ລິ​ກາ ​ໃນ​ສົງຄາມ​ຢູ່​ຫວຽດນາມ.

ຂ່າວກ່ຽວຂ້ອງ
ຂ່າວ/ບົດ​ອື່ນ