ທຳນຽບ5ແຈປະກາດບົດລາຍງານປະຈຳປີກ່ຽວກັບການເຄື່ອນໄຫວດ້ານການທະຫານຂອງຈີນປີ2015
ທຳນຽບ 5 ແຈ
ພາບ:internet
|
(vovworld)- ວັນທີ 13/5, ທຳນຽບ 5 ແຈ ໄດ້ຍື່ນສະເຫນີຕໍ່ສະພາແຫ່ງຊາດ ອາເມລິກາ ບົດລາຍງານປະຈຳປີ ກ່ຽວກັບການເຄື່ອນໄຫວດ້ານການທະຫານຂອງ ຈີນ ໃນປີ 2015, ໃນນັ້ນຮັບຮູ້ວ່າ: ຈີນ ພວມນຳໃຊ້ ບັນດາບັ້ນຮົບເປີດກວ້າງການມີຫນ້າຂອງຕົນຢູ່ທະເລຕາເວັນອອກ ແລະ ບັນດາເຂດອື່ນ. ກະຊວງປ້ອງກັນປະເທດ ອາເມລິກາ ຊີ້ແຈ້ງວ່າ ການພັດທະນາຢ່າງແຮງກ່ຽວກັບກຳລັງແຮງດ້ານການທະຫານຂອງຈີນ ແລະ ຄວາມມານະພະຍາຍາມຂອງປະເທດນີ້ໃນການຢັ້ງຢືນອະທິປະໄຕຢູ່ທະເລຕາເວັນອອກ ແລະ ທະເລຮວາຕູງ. ບົດລາຍງານໃຫ້ຮູ້ວ່າ: ຈີນ ພວມຍູ້ແຮງການເຄື່ອນໄຫວຖົມດິນຢູ່ທະເລຕາເວັນອອກ ແລະ ພວມພັດທະນາບັນດາພື້ນຖານໂຄງລ່າງການທະຫານ ໂດຍບໍ່ຫົວຊາຕໍ່ການຄັດຄ້ານຂອງປະຊາຄົມສາກົນ. ແລະ ກໍຕາມບົດລາຍງານນີ້ ຈີນ ໄດ້ຜັນຂະຫຍາຍເຮຶອບິນ ແລະ ກຳປັ່ນລາດຕາເວັນເຂົ້າເຂດທະເລຂອງຍີ່ປຸ່ນຢູ່ອ້ອມແອ້ມ ໝູ່ເກາະ Senkaku ຢູ່ ທະເລຮວາຕູງ.