ນັກກິລາກ່ວາ2.300ຄົນເຂົ້າຮ່ວມວັນOlympic
ນັກກິລາກ່ວາ2.300ຄົນເຂົ້າຮ່ວມວັນOlympic
(ພາບປະກອບ)
(vovworld) - ວັນທີ 22/6, ຢ່ສູນວັດທະນະທຳ ຖະແຫຼງຂ່າວ ແຂວງ ເທ່ືອທຽນ - ເຫ້ວ ໄດ້ດຳເນີນວັນ Olympic ຫວຽດນາມ ປີ 2014 ເນື່ອງໃນໂອກາດສະເຫຼີມສະຫຼອງ 120 ປີແຫ່ງວັນສ້າງຕັ້ງຂະບວນການ Olympic ທັນສະໄໝ (23/6/1894 – 23/6/2014). ວັນ Olympic ຫວຽດນາມ ປີ 2014 ໄດ້ຈັດຕັ້ງຢູ່ ເທື່ອທຽນ - ເຫ້ວ ດ້ວຍຈຸດໝາຍ “ມີສຸຂະພາບແຂງແຮງເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ”, “ແຂງແຮງເພື່ອປົກປົກຮັກສາຜືນແຜ່ນດິນອັນຄົບຖ້ວນ ແລະ ເຂດນ່ານທະເລທີ່ສັກກະລະບູຊາຂອງປະເທດຊາດ”. ກ່າວຄຳເຫັນທີ່ພິທີ, ທ່ານ ເວືອງບີກຖັ໋ງ, ຫົວໜ້າກົມໃຫຍ່ກິລາກາຍຍະກຳ, ຮອງປະທານຄະນະກຳມະການ Olympic ເນັ້ນໜັກວ່າ: ວັນ Olympic ແມ່ນເຫດການປະຈຳປີຂອງໂລກ, ເພື່ອແນໃສ່ປະຕິບັດຈຸດໝາຍປະກອບສ່ວນເຂົ້າໃນວຽກງານສ້າງໂລກແຫ່ງສັນຕິພາບ, ວັດທະນາຖາວອນ ແລະ ດີງາມກ່ວາ ຮັບຮອງເອົາວຽກງານສຶກສາໄວໜຸ່ມ, ບົນຈິດໃຈກິລາບໍ່ຈຳແນກຊົນຊັ້ນ, ຜູ້ຮັ່ງມີ - ທຸກຍາກໃນຄວາມສາມັກຄີ, ມິດຕະພາບ. ພາຍຫຼັງພິທີໄຂ, ການນຳແຂວງ ເທື່ອທຽນ -ເຫ້ວ ແລະ ນັກກິລາກ່ວາ 2.300 ຄົນພ້ອມກັນແລ່ນຜ່ານຖະໜົນຕົ້ນຕໍ່ຂອງນະຄອນເພື່ອຕອບສະໜອງວັນບຸນນີ້.