ນັກຄົ້ນຄວ້າ ຟິລິບປິນ Lucio Blanco Pitlo: ການກະທໍາຂອງ ຈີນ ຢູ່ ເຂດບ໊າຍຕືຈິ໊ງ ເພື່ອແນໃສ່ຫັນສິ່ງທີ່ເອີ້ນວ່າຍຸດທະສາດ “4 ໝູ່ເກາະ” ຫັວງຢຶດູອງທະເລຕາເວັນອອກໃຫ້ປະກົດຜົນເປັນຈິງ

(VOVWORLD) -ທ່ານ Lucio Blanco Pitlo ຖືວ່າ:ຈີນພວມເພີ່ມທະວີການກະທໍາແຊກແຊງເຂົ້າບັນດາການເຄື່ອນໄຫວເສດຖະກິດຢູ່ທະເລທີ່ຖືກຕ້ອງຕາມກົດໝາຍຂອງບັນດາປະເທດບ້ານໃກ້ເຮືອນຄຽງນອນຢູ່ແຄມທະເລ, ບໍ່ພຽງແຕ່ຫວຽດນາມເທົ່ານັ້ນ ຫາກຍັງມີບາງປະເທດຄື ຟີລິບປິນ, ມາເລເຊຍ ແລະ ອິນໂດເນເຊຍ ອີກດ້ວຍ.  

ເມື່ອຕອບສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ, ທ່ານ Lucio Blanco Pitlo ນັກຄົ້ນຄວ້າສັງກັດ ຢູ່ກອງທຶນເສັ້ນທາງແຫ່ງການພັດທະນາ ອາຊີ - ປາຊີຟິກ ແລະ ສູນຄົ້ນຄວ້າ ສ.ເກົາຫຼີ ສັງກັດມະຫາວິທະຍາໄລ ຟີລິບປິນ ເນັ້ນໜັກວ່າ: ໃນໄລຍະຍາວ, ການກະທໍາລະເມີດກົດໝາຍຢູ່ທະເລຕາເວັນອອກຂອງຈີນ ຈະນໍາມາເຊິ່ງທ່າເສຍປຽບໃຫ້ແກ່ປະເທດນີ້. ທ່ານ Lucio Blanco Pitlo ຖືວ່າ: ຈີນພວມເພີ່ມທະວີການກະທໍາແຊກແຊງເຂົ້າບັນດາການເຄື່ອນໄຫວເສດຖະກິດຢູ່ທະເລທີ່ຖືກຕ້ອງຕາມກົດໝາຍຂອງບັນດາປະເທດບ້ານໃກ້ເຮືອນຄຽງນອນຢູ່ແຄມທະເລ, ບໍ່ພຽງແຕ່ຫວຽດນາມເທົ່ານັ້ນ ຫາກຍັງມີບາງປະເທດຄື ຟີລິບປິນ, ມາເລເຊຍ ແລະ ອິນໂດເນເຊຍ ອີກດ້ວຍ.  ຈີນກໍຊອກຫາວິທີກໍ່ຄວາມກົດດັນຕໍ່ບັນດາບໍລິສັດ, ກຸ່ມບໍລິສັດຕ່າງປະເທດເພື່ອບັງຄັບເຂົາເຈົ້າຢຸດຕິບັນດາການເຄື່ອນໄຫວຂຸດຄົ້ນ ບໍ່ພຽງແຕ່ຢູ່ເຂດ “ເສັ້ນລີ້ນງົວ 9 ຕອນ” ເຊິ່ງ ຈີນໄດ້ຍົກອອກການຮຽກສິດອະທິປະໄຕໂດຍບໍ່ຫົວຊາຕໍ່ກົດໝາຍສາກົນເທົ່ານັ້ນ ຫາກຍັງຢູ່ບັນດາເຂດທະເລທີ່ອ້ອມຂ້າງອີກດ້ວຍ. ຖະແຫຼງການຂອງຈີນແມ່ນຜິດກົດໝາຍຢ່າງສິ້ນເຊີງ ແລະ ບັນດາປະເທດໃນພາກພື້ນຄື ຫວຽດນາມ, ຟີລິບປິນ ແລະ ມາເລເຊຍ ຈະສືບຕໍ່ມີບັນດາການກະທໍາຖືກຕ້ອງຕາມກົດໝາຍເພື່ອຄັດຄ້ານສິ່ງດັ່ງກ່າວ. ທ່ານ Lucio Blanco Pitlo ໃຫ້ຮູ້ວ່່າ:

        “ເລື່ອງ ຈີນ ຈັດສົ່ງບັນດາກໍ່າປັ່ນສໍາຫຼວດເຂົ້າໃນເຂດເສດຖະກິດພິເສດຂອງ ຫວຽດນາມນັ້ນ ແມ່ນການລະເມີດກົດໝາຍ UNCLOS ແລະ ກົດໝາຍຫວຽດນາມ ຢ່າງຈະແຈ້ງ. ຜ່ານການກະທໍາດັ່ງກ່າວ  ຈີນໄດ້ສະແດງໃຫ້ເຫັນວ່າ ປັກກິ່ງ ພ້ອມແລ້ວທີ່ຈະກໍ່ຄວາມເຄັ່ງຕຶງປີນຂັ້ນໄດ ແລະ ຍອມຮັບບັນດາຄວາມສ່ຽງທີ່ເປັນອັນຕະລາຍຫຼາຍກວ່າຜ່ານການກະທໍາຂອງຕົນ. ເຖິງຢ່າງໃດກໍຕາມ ຍຸດທະວິທີດັ່ງກ່າວ ອາດຈະຝືນຄຸນປະໂຫຍດ ເພາະວ່າ ທີໜຶ່ງແມ່ນ ມັນຍິ່ງເຮັດໃຫ້ ຫວຽດນາມ ຕັດສິນໃຈປົກປັກຮັກສາຜົນປະໂຫຍດເສດຖະກິດຢູ່ເຂດທະເລຂອງຕົນ ແລະ ປຸກລຸກນໍ້າໃຈຮັກຊາດຂອງປະຊາຊົນຫວຽດນາມ. ທີສອງ, ການກະທໍາຂອງ ຈີນ ອາດຈະເຮັດໃຫ້ລັດຖະບານ ອາເມລິກາ ເພີ່ມທະວີການສະໜັບສະໜູນກຸ່ມບໍລິສັດນໍ້າມັນອາຍແກັດ Exxon Mobil ເພື່ອແນໃສ່່ຫຼຸດຜ່ອນກໍາລັງດັນຈາກຝ່າຍຈີນ. ທີສາມ, ການກະທໍາຂອງ ຈີນ ຍິ່ງເຮັດໃຫ້ ອາຊຽນ ຕັດສິນໃຈຍູ້ຖອຍຄວາມມານະພະຍາຍາມຂອງຈີນໃນການສະກັດກັ້ນບັນດາກຸ່ມບໍລິສັດຕ່າງປະເທດທໍາມາຫາກິນ ແລະ ຮ່ວມມືກັບບັນດາປະເທດແຄມທະເລໃນພາກພື້ນ”.

        ທ່ານ Lucio Blanco Pitlo ເນັ້ນໜັກວ່າ: ບັນດາການຖະແຫຼງຮຽກສິດອະທິປະໄຕຢ່າງຜິດກົດໝາຍຂອງ ຈີນ ຈະບໍ່ໄດ້ຮັບການຮັບຮູ້ຈາກບັນດາປະເທດ.  ປະຊາຄົມສາກົນ ບໍ່ຍອມຮັບບັນດາການຮຽກສິດບໍ່ສົມເຫດສົມຜົນຂອງຈີນ ເຖິງວ່າ ແມ່ນ “ເສັ້ນລີ້ນງົວ 9 ຕອນ” ຫຼື ເອີ້ນວ່າ “4 ໝູ່ເກາະ”ກໍຕາມ. ທ່ານ Lucio Blanco Pitlo ຢັ້ງຢືນວ່າ: ຫວຽດນາມ ມີສິດເຂົ້າຮ່ວມບັນດາການເຄື່ອນໄຫວຊຸກຍູ້ຄວາມໝັ້ນຄົງ ແລະ ການຮ່ວມມືສາກົນກັບບັນດາຄູ່ຮ່ວມມືຄື ອາເມລິກາ, ຍີ່ປຸ່ນ, ອົດສະຕາລີ, ອິນເດຍ ແລະ ເອີຣົບ ເພາະວ່າ ຫວຽດນາມ ມີອະທິປະໄຕຢູ່ເຂດທະເລຂອງຕົນ.

        ໂຮ່ດຽບ, ຟ້າມຮວນ, ເຈິ່ນແຄ໊ງ


 

ຕອບກັບ

ຂ່າວ/ບົດ​ອື່ນ