ນັກທ່ອງທ່ຽວມາຢ້ຽມຢາມນະຄອນເຫວ໋ເພີ່ມຂຶ້ນຢ່າງຫຼວງຫຼາຍ

ນັກທ່ອງທ່ຽວມາຢ້ຽມຢາມນະຄອນເຫວ໋ເພີ່ມຂຶ້ນຢ່າງຫຼວງຫຼາຍ - ảnh 1
ພາບປະກອບ

(vovworld) - ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ​ແລະ ພັກຜ່ອນ​ຢູ່​ແຂວງ​ເທື່ອ​ທຽນ​ເຫວ໋ ​ໃນ​ຊຸມ​ວັນພັກການ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ. ​ໃນ 3 ວັນ​ແຕ່​ວັນ​ທີ 30/4-2/5 ​ໄດ້​ມີ​ນັກ​ທ່ອງ​ທ່ຽວ​ກວ່າ 62.000 ​ເທື່ອ​ຄົນ​ມາ​ຢ້ຽມຢາມ, ​ໃນ​ນັ້ນ​ນັກ​ທ່ອງ​ທ່ຽວ​ສາກົນ​ມີ 8.600 ຄົນ. ​ລາຍ​ຮັບ​ຈາກ​ການ​ຂາຍ​ປີ້​ທ່ອງ​ທ່ຽວ ​ແລະ ການ​ບໍລິການ​ຕ່າງໆ​ໃນ​ຊຸມ​ວັນ​ນີ້​ບັນລຸ​ກວ່າ 3.7 ຕື້​ດົ່ງ. ທ່ານ ຟານ​ຕ໋ຽນຢຸງ, ຫົວໜ້າ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ​ເທື່ອ​ທຽນ​ເຫວ໋, ​ໃຫ້​ຮູ້​ວ່າ:

        “ປີ​ນີ້, ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ເຫວ໋​ ເພີ່ມ​ຂຶ້ນ​ແຕ່ 15-20% ​ເມື່ອ​ທຽບ​ໃສ່​ປີ​ກາຍ, ສະ​ເພາະ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ​ປະມານ 5%. ປີ​ນີ້​ບັນດາ​ໂຮງ​ແຮມ​ຢູ່​ແຄມ​ທະ​ເລ​ລ້ວນ​ແຕ່​ເຕັມ​ແຂກໝົດ“.

          ​ໃນ​ໂອກາດ​ນີ້, ຂະ​ແໜງ​ທ່ອງ​ທ່ຽວ​ແຂວງ​ເທື່ອ​ທຽນ​ເຫວ໋ ​ໄດ້​ຜັນ​ຂະຫຍາຍ​ການ​ສົ່ງ​ເສີມ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ດ້ວຍ​ການ​ຫຼຸດ​ລາຄາ​ປີ້​ໃຫ້​ຄະນະ​ນັກ​ທ່ອງ​ທ່ຽວ​​ໄປ​ຢ້ຽມຢາມປູຊະນີຍະສະຖານ​ຕ່າງໆດ້ວຍ​ຈຳນວນ​ແຕ່10 ຄົນ​ຂຶ້ນ​ໄປ. ຢູ່​ເຂດ​ພະລາດ​ຊະ​ວັງ​ເຫວ໋ ກໍ່​ຈັດ​ຕັ້ງ​ ລາຍ​ການສິລະ​ປະ​ຕ່າງໆ​ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ຄື: ວາດ​ພາບ​ພິທີ​ປ່ຽນ​ຍາມ​ໃນ​ລາດ​ຊະ​ວັງ, ຊີວິດ​ໃນ​ລາດ​ຊະ​ວັງ, ດົນຕີ​ໃນ​ພະລາດ​ຊະ​ວັງ… ​ໂດຍ​ບໍ່​ເກັບ​ຄ່າ.

ຂ່າວ/ບົດ​ອື່ນ