ນັກທ່ອງທ່ຽວສາກົນມາ ຫວຽດນາມ ໃນເດືອນ ພະຈິກ 2021 ເພີ່ມຂຶ້ນ 42% ເມື່ອທຽບໃສ່ເດືອນ ຕຸລາ

(VOVWORLD) -ແຫຼ່ງຂ່າວຈາກກົມໃຫຍ່ສະຖິຕິ ຫວຽດນາມ ປະກາດໃນວັນທີ 29 ພະຈິກ ໃຫ້ຮູ້ວ່າ, ນັກທ່ອງທ່ຽວສານກົນມາ ຫວຽດນາມ ໃນເດືອນ ພະຈິກ 2021 ບັນລຸກວ່າ  15.000 ເທື່ອຄົນ, ເພີ່ມຂຶ້ນ 42,4% ເມື່ອທຽບໃສ່ເດືອນ ຕຸລາ 2021.
ນັກທ່ອງທ່ຽວສາກົນມາ ຫວຽດນາມ ໃນເດືອນ ພະຈິກ 2021 ເພີ່ມຂຶ້ນ 42% ເມື່ອທຽບໃສ່ເດືອນ ຕຸລາ - ảnh 1(ພາບປະກອບ: TTXVN)

ສາຍເຫດແມ່ນຍ້ອນເລີ່ມແຕ່ຕົ້ນເດືອນ ພະຈິກ 2021, ລັດຖະບານ ຫວຽດນາມ ອະນຸຍາດທົດລອງການຕ້ອນຮັບນັກທ່ອງທ່ຽວສາກົນ ຕາມລາຍການທ່ອງທ່ຽວຄົບວົງຈອນຢູ່ບັນດາເຂດ, ຮາກຖານການທ່ອງທ່ຽວທີ່ໄດ້ຮັບການຄັດເລືອກ.

        ທ່ານຫົວໜ້າກົມໃຫຍ່ທ່ອງທ່ຽວ ຫວຽດນາມ ຫງວຽນຈຸງແຄງ ຢືນຢັນວ່າ, ເຫດການຕ້ອນຮັບຄະນະນັກທ່ອງທ່ຽວທຳອິດກັບມາທ່ຽວຢູ່ ຫວຽດນາມ ໃນໄລຍະນີ້ ແມ່ນບາດກ້າວເລີ່ມເຄື່ອນໄຫວສຳຄັນ, ສ້າງຂີດໝາຍໃໝ່ໃນຄວາມມານະພະຍາຍາມຟື້ນຟູຂະແໜງທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ