ນັກວິທະຍາສາດແຖວໜ້າຫຼາຍຄົນໃນໂລກເຂົ້າຮ່ວມລາຍການ“ພົບປະຫວຽດນາມ”ປີ2016

ນັກວິທະຍາສາດແຖວໜ້າຫຼາຍຄົນໃນໂລກເຂົ້າຮ່ວມລາຍການ“ພົບປະຫວຽດນາມ”ປີ2016 - ảnh 1
ການປະຊຸມຂ່າວຈັດຕັ້ງໃນວັນທີ 3/6
(ພາບ: ສື່ເອເລັກໂຕນິກຂ່າວໃໝ່)

(vovworld) – ສາດສະດາ​ຈານ​ມີ​ຊື່​ສຽງ​ໃນ​ໂລກ 7 ຄົນ, ຜູ້​ທີ່​ເຄີຍ​ໄດ້​ຮັບ​ລາງ​ວັນ​ Nobel, ລາງວັນ Field ຈະ​ເຂົ້າ​ຮ່ວມ​ລາຍການ “ພົບ​ປະ ຫວຽດນາມ” ຄັ້ງ​ທີ 12 ປີ 2016. ທີ່​ການ​ປະຊຸມ​ຂ່າວ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 3/6, ທ່ານ ​ເຈືອງ​ມີ​ງຕວນ, ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ​ໃຫ້​ຮູ້​ວ່າ: “ພົບ​ປະ ຫວຽດນາມ” ​ແມ່ນ​ລາຍການ​ວິທະຍາສາດ​ລະດັບ​ສາກົນ, ຈັດ​ຕັ້ງ​ຢູ່​ແຂວງ ບີ່​ງດິ້ງ (ຫວຽດນາມ). ລາຍການ​ດຶງ​ດູດ​ຜູ້​ແທນ 250 ທ່ານ, ລວມມີ​ບັນດາ​ນັກ​ວິ​ສາ​ຫະກິດ​ສາກົນ, ພາຍ​ໃນ​ປະ​ເທດ… ​ໃນ​ລາຍການ “ພົບ​ປະ ຫວຽດນາມ” ຄັ້ງ​ທີ 12 ປີ 2016 ​ລວມມີ: 13 ກອງ​ປະຊຸມ, ກອງ​ປະຊຸມ​ສຳ​ມະ​ນາ ​ແລະ 3 ຊຸດ​ຮຽນ​ສາກົນ​ສະ​ເພາະ​ດ້ານຟີ​ຊິກ, ຈັດ​ຕັ້ງ​ແຕ່​ວັນ​ທີ 26/6 – 17/12/2016. ​ເຫດການ​ດັ່ງກ່າວ​ໂດຍ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ, ​ແຂວງ ບີ່​ງດິງ ​ແລະ ສະມາຄົມ​ພົບ​ປະ ຫວຽດນາມ… ຮ່ວມກັນ​ຈັດ​ຕັ້ງ, ​ໂດຍ​ການອຸປະຖຳຂອງອົງການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ ສປຊ (UNESCO). ນະ​ທີ່​ນີ້, ບັນດາ​ນັກວິ​ທະ​ຍາ​ສາດ​ຈະ​ແລກປ່ຽນ​ກັບ​ບັນດາ​ນັກ​ວາງ​​ນະ​ໂຍບາຍ, ຜູ້ຕາງໜ້າ​ເຂດ​ເສດຖະກິດ​ພາກ​ເອກະ​ຊົນ ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ວິທະຍາສາດ​ສຳລັບ​ການ​ພັດທະນາ​ຂອງ​ສັງຄົມ, ສະ​ເໜີ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ວິ​ທະຍາ​ສາດ​ໂດຍ​ພື້ນຖານ ​ແລະ ສັງຄົມ​ຢູ່​ບັນດາ​ປະ​ເທດ ​ອາຊີ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ພວມ​ພັດທະນາດ້ວຍ​ບັນດາ​ຈຸ​ດພິ​ເສດ​ສ​ະ​ເພາະ. ຄຽງ​ຄູ່​ກັນ​ນັ້ນ, ບັນດາ​ນັກວິ​ທະ​ຍາ​ສາດທີ່​ມີ​ຊື່​ສຽງ​ຈະ​ດຳ​ເນີນ​ການ​ໂອ້​ລົມ​ສົນທະນາ​ຫຼາຍ​ຄັ້ງ​ຢູ່ ກູ​ຍ​ເຍີ​ນ.


ຂ່າວ/ບົດ​ອື່ນ